(vovworld) - ວັນທີ 13/2 (ກົງກັບວັນທີ 4 ເດືອນຈຽງບຸນເຕັດ 2013), ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດົ່ງທາບ. ເມື່ອຖະຫວາຍທູບທຽນ ບູຊາອາໄລຫາ ຢູ່ເຂດປູຊະນີຍະສະຖານ ພໍ່ຕູ້ ຫງວຽນຊິງຊັກ, ພະບິດາຂອງປະທານໂຮ່ຈີມິນ, ທ່ານປະທານປະເທດ ເຈືອງເຕີນຊາງ ມີຄວາມພາກພູມໃຈເມື່ອເຫັນວ່າ: ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດົ່ງທາບ ໄດ້ຮັກສາ ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງຊັກ ຢ່າງລອບຄອບຖີ່ຖ້ວນ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງບັນດານັກຊາງທີ່ໄດ້ບູລະນະປະຕິສັງຂອນ ກ່ຽວກັບຮູບບັ້ນ, ຮູບພາບພໍ່ຕູ້ ຫງວຽນຊິງຊັກ ຢ່າງເປັນເອກະລັກ, ພ້ອມທັງວາດຢ່າງມີຊີວິດຊີວາ ເຖິງການເຄື່ອນໄຫວປະຕິວັດຂອງ ພໍ່ຕູ້.
ແລະກໍ່ໃນວັນທີ 13/2, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມບາງກິດຈະກຳຊົນນະບົດໃໝ່ ແລະ ເຮັດວຽກຢູ່ຕາແສງ ຮ່ວາອານ, ເຊິ່ງແມ່ນຕາແສງຊົນນະບົດໃໝ່ໄດ້ຮັບການປົກປ້ອງກໍ່ສ້າງຈາກທ່ານປະທານປະເທດ.