ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະເຈລະຈາກັບປະທານສະພາແຫ່ງຊາດຈີນ
(ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ
ເຈລະຈາກັບທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ)
(vovworld) - ຕອນບ່າຍວັນທີ 24/12, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດຈີນ ຈາງຕີຈຽງ. ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດຈີນ ສະເໜີໃຫ້ 2 ຝ່າຍສືບຕໍ່ສ້າງທິດທາງພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ຖືກຕ້ອງ ແລະ ຖືວ່າ, ສິ່ງທີ່ຍັງຄົງຄ້າງກ່ຽວກັບຄວາມບໍ່ລົງລອຍກັນບົນທະເລແມ່ນພາວະວິໄສ, ແຕ່ບໍ່ປະໃຫ້ຄວາມບໍ່ລົງລອຍກັນນັ້ນສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ 2 ປະເທດ; ສິ່ງສຳຄັນນັ້ນແມ່ນຕ້ອງຄວບຄຸມຄວາມບໍ່ລົງລອຍກັນ ແລະ ຊອກຫາມາດຕະການແກ້ໄຂ.
ສ່ວນທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຫັນດີເຫັນພ້ອມ; ຜ່ານນັ້ນປົກປັກຮັກສາ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ, ທ່ານ ຈາງຕີຈຽງ ແລະ ບັນດາການນຳຈີນ ຈະພ້ອມກັບຫວຽດນາມ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດຄື ບັນດາບັນຫາກ່ຽວກັບອະທິປະໄຕ, ຜືນແຜ່ນດິນ. 2 ຝ່າຍຄວນຕັ້ງໜ້າແລກປ່ຽນຍົກອອກຂໍ້ລິເລີມ ເພື່ອພ້ອມກັນແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ເໝາະສົມກັບຜົນປະໂຫຍດອັນຊອບທຳຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
ພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາແຫ່ງຊາດ ຈາງຕີຈຽງ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ. ນີ້ແມ່ນຂໍ້ຕົກລົງຮ່ວມມືສະບັບທຳອິດລະຫວ່າງອົງການນິຕິບັດຍັດ; ເປີດໄລຍະໃໝ່ໃນວິວັດການຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ.