(vovworld) – ຕອນບ່າຍວັນທີ 20/7, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ໂດຍທ່ານ Samdech Heng Samrin, ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ນຳໜ້າ ໄດ້ມາຮອດນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung. ຮ່ວມເດີນທາງພ້ອມກັບທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin ຄັ້ງນີ້, ມີທ່ານ Cheam Yeap, ຫົວໜ້າກຳມາທິການເສດຖະກິດ, ການເງິນທະນາຄານ, ກວດສອບບັນຊີ ແລະ ປະທານກຸ່ມ ກຳປູເຈຍ ຢູ່ AIPA, ທ່ານ Chheang Vun, ຫົວໜ້າກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານ, ທ່ານ Mon Chim Huy, ຫົວໜ້າກຳມາທິການການສຶກສາ, ຊາວໜຸ່ມ, ກິລາ, ສາສະໜາ, ວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະມາຊິກອື່ນໆ ອີກຈຳນວນໜຶ່ງ. ການຢ້ຽມຢາມ ຫວຽດນາມ ຂອງຄະນະໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ກຳປູເຈຍ ໃນຫຼາຍຂົງເຂດ, ພິເສດ ກ່ຽວກັບຂົງເຂດການເມືອງ, ເສດຖະກິດ, ການຄ້າ.