(vovworld) - ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ສປປ ລາວ. ຕາມແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຈະດຳເນີນໃນລະຫວ່າງວັນທີ 3 – 5/7/2012.