ປະທານາທິບໍດີ ລັດເຊຍ Vladimir Putin
(photo:tamnhin.net)
|
(vovworld)-ຕາມວິທະຍຸກະຈາຍສຽງແຫ່ງຊາດລັດເຊຍແລ້ວ, ຕອນຄ່ຳວັນທີ 5/11, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນກົດໝາຍໃຫ້ສັດຕະຍາບັນຂໍ້ຕົກລົງກັບຫວຽດນາມ ກ່ຽວກັບການສົ່ງຜູ້ຖືກສານຕັດສິນລົງໂທດ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການລົງນາມເມື່ອເດືອນ 11/2013 ຢູ່ ນະຄອນຫລວງ ຮ່າໂນ້ຍ. ເອກະສານສະບັບນີ້ ອະນຸຍາດໃຫ້ບັນດາອົງການຕຸລາການຂອງລັດເຊຍ ປະຕິບັດການອະໄພຍະໂທດ, ອະນຸໂລມ, ຫລຸດຜ່ອນການປັບໄຫມລົງໂທດຫລືປ່ອຍຕົວໃຫ້ແກ່ພົນລະເມືອງ ລັດເຊຍ ຖືກສານຕັດສິນລົງໂທດ ແລະ ພວມຖືກຈຳຄຸກຢູ່ຫວຽດນາມ. ບັນດາຫລັກການຄ້າຍຄືກັນ ກໍຖືກນຳໃຊ້ໃຫ້ແກ່ບັນດາອົງການທີ່ມີຫນ້າທີ່ຂອງຫວຽດນາມ ສຳລັບພົນລະເມືອງຖືກກັກຂັງຢູ່ ລັດເຊຍ. ນອກນັ້ນ ນັກໂທດ ອາດຈະຖືກພາຕົວກັບເມືອປະເທດເພື່ອສືບຕໍ່ປະຕິບັດໂທດ ໂດຍມີການເຫັນດີຂອງນັກໂທດຜູ້ນັ້ນ.