ປະທານາທິບໍດີ ຝລັ່ງ ໄດ້ຮັບການສະຫນັບສະຫນູນຢ່າງແຮງ ຈາກປະຊາຊົນ
ປະທານາທິບໍດີ ຝລັ່ງFrancois Hollande
ພາບ:dantri.com
|
(vovworld) - ຊາວຝລັ່ງ ເກືອບ 2/3 ເມື່ອຖືກຖາມລ້ວນແຕ່ສະແດງການສະຫນັບສະຫນູນຕໍ່ການເຄື່ອນໄຫວຂອງທ່ານ Francois Hollande ໃນຊຸມມື້ທຳອິດສາບານຕົວຮັບຕຳແຫນ່ງ. ການສະຫນັບສະຫນູນຢ່າງແຂງແຮງນີ້ຂອງຊາວຝລັ່ງ ຈະເປັນພື້ນຖານຢ່າງໝັ້ນຄົງ ຊ່ວຍທ່ານ Francois Hollande ປະເຊີນຫນ້າກັບການເລືອກຕັ້ງສະພາແຫ່ງຊາດ ຝລ່ັງໃນໄລຍະຈະມາເຖິງ ກໍຄືບັນດາສິ່ງທ້າທາຍຈາກວິກິດການຫນິ້ສິນຢູ່ພາກພື້ນນຳໃຊ້ສະກຸນເງິນ ເອີໂຣ. ໝາກຜົນຂອງການຢັ່ງຫາງສຽງຢູ່ ຝລັ່ງ ປະກາດໃນວັນທີ 26/5 ໃຫ້ຮູ້ວ່າ: ມີ 61% ປະຊາຊົນ ຖືກຖາມລ້ວນແຕ່ສະຫນັບສະຫນູນທ່ານປະທານາທິບໍດີ ຝລັ່ງ ຄົນໃຫມ່.