(vovworld) - ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດຍທ່ານປະທານ ຮີນດາມ ນຳໜ້າ, ໄດ້ໄປຢ້ຽມຢາມອີນເດຍ ແຕ່ວັນທີ 29/11. ວັນທີ 30/11, ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດອີນເດຍ Salman Khursid, ທ່ານລັດຖະມົນຕີການຕ່າງປະເທດ Salman Khursid ແລະ ທ່ານປະທານ ຮີນດາມ ໄດ້ແລກປ່ຽນກ່ຽວກັບບາງຈຸດທີ່ເປັນພື້ນຖານກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແຕ່ດົນນານ ລະຫວ່າງສອງປະເທດ ແລະ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນສະພາບການໃໝ່. ແລະກໍໃນວັນດຽວກັນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມສຳນັກງານພັກກອມມູນິດອີນເດຍ (CPI) ແລະ ພັກກອມມູນິດ Macxit (CPI - M) ຢູ່ນະຄອນ New Deli. ບັນດາການນຳພັກ CPI ແລະ ພັກ CPI – M ສະແດງຄວາມພາກພູມໃຈທີ່ໄດ້ຕ້ອນຮັບຄະນະຜູ້ແທນຫວຽດນາມ ມາຢ້ຽມຢາມອີນເດຍ ໃນສະພາບທີ່ສອງປະເທດພວມຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງຄົບຊຸດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ, ຫວັງວ່າສາຍພົວພັນມິດຕະພາບລະຫວ່າງສອງປະເທດອີນເດຍ - ຫວຽດນາມ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຍູ້ແຮງກວ່າອີກໃນທຸກຂົງເຂດ.