ປະເທດໄທເອົາໃຈໃສ່ເປັນສຳຄັນເຖິງຕະຫຼາດສິນຄ້າອຸດສາຫະກຳຫວຽດນາມ
(ພາບປະກອບ)
(vovworld)- ວັນທີ 14 ມີນາ, ທ່ານ ສົມໃຈ ຫານຮີລັນ, ຫົວໜ້າກົມ ກົມສົ່ງເສີມອຸດສາຫະກຳ ຂື້ນກັບກະຊວງອຸດສາຫະກຳການຄ້າໄທ, ໃຫ້ຮູ້ວ່າ: ປະເທດນີ້ໄດ້ເລີ່ມດຳເນີນການເຄື່ອນໄຫວໃໝ່ ແນໃສ່ສົ່ງອອກ ສິນຄ້າອຸດສາຫະກຳປະເພດຕ່າງໆໄປຫວຽດນາມ. ທ່ານ ສົມໃຈ ໃຫ້ຮູ້: ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ຂອງໄທພວມໄດ້ຮັບການສົ່ງເສີມຜະລິດ ແລະ ສົ່ງອອກ ສິນຄ້າປະເພດຕ່າງໆ ໄປຍັງຕະຫຼາດຫວຽດນາມ, ເຊິ່ງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງໄທ ໃນພາກພື້ນ ASEAN. ຕາມທ່ານແລ້ວ, ຫວຽດນາມ ໄດ້ເປັນປະເທດທີ່ກຳລັງຊອກຫາຫຼາຍຮູບແບບ ກ່ຽວກັບບັນດາແບບ ແລະ ເຄື່ອງໝາຍການຄ້າ ໃຫ້ ສິນຄ້າອຸດສາຫະກຳປະເພດຕ່າງໆ, ໃນນັ້ນມີບັນດາປະເພດສິນຄ້າຂອງໄທ. ເຈົ້າໜ້າທີ່ໄທ ເນັ້ນໜັກວ່າ: ກົມສົ່ງເສີມອຸດສາຫະກຳ ໄດ້ກຽມພ້ອມທີ່ຈະຊ່ວຍໜູນບັນດານັກບໍລິຫານ SME ດ້ວຍບັນດາແຜນການໂຄສະນາເຜີຍແຜ່, ຮັບຕະຫຼາດ ກ່ຽວກັບສິນຄ້າສົ່ງອອກໄປຫວຽດນາມ.