ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ
ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍ ອີເຕີເນັດ
(ພາບ: baocongthuong.com)
(vovworld) - ຕອນເຊົ້າວັນທີ 27/4, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍ ອີເຕີເນັດ ກັບຄະນະສະມາຊິກສະພາແຫ່ງຊາດ 63 ແຂວງ, ນະຄອນເມື່ອປຶກສາຫາລື “ຮ່າງແນແມ່ບົດສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ”. ທີ່ກອງປະຊຸມ, ມີຫຼາຍຄວາມເຫັນໄດ້ເຫັນດີຕໍ່ຮ່າງແຜນແມ່ບົດສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ປະກອບຄຳເຫັນກ່ຽວກັບເລື່ອງປ່ອນບັດໄວ້ວາງໃຈປະຈຳປີໃຫ້ແກ່ບາງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ຕາມທ່ານນາງສະມາຊິກສະພາແຫ່ງຊາດ Le Thi Nga, ຮອງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ແລ້ວ, ເພື່ອໃຫ້ເລື່ອງປ່ອນບັດໄວ້ວາງໃຈມີປະສິດທິຜົນ ແລະ ຄຸນນະພາບຕ້ອງອີງໃສ່ໂຄງການເຄື່ອນໄຫວລະອຽດ ຂອງບັນດາຕຳແໜ່ງນັ້ນ. ທ່ານນາງ Le Thi Nga ເວົ້າວ່າ:
“ກ່ອນທີ່ສະມາຊິກສະພາແຫ່ງຊາດປ່ອນບັດໄວ້ວາງໃຈ, ບັນດາສະຫາຍຖືກສະເໜີຕ້ອງມີໂຄງການເຄື່ອນໄຫວ. ເມື່ອມີໂຄງການເຄື່ອນໄຫວແລ້ວ, 1 ຫຼື 2 ປີ ພວກຂ້າພະເຈົ້າອີງໃສ່ການປະຕິບັດໂຄງການເຄື່ອນໄຫວຂອງພວກສະຫາຍນັ້ນຄືແນວໃດ? ທັດສະນາຂອງຂ້າພະເຈົ້າເອງແມ່ນ ປ່ອນບັດໄວ້ວາງໃຈຈາກຕຳແໜ່ງລັດຖະມົນຕີຂຶ້ນໄປ”
ຕອນບ່າຍວັນດຽວກັນ, ກອງປະຊຸມສືບຕໍ່ປຶກສາຫາລືກ່ຽວກັບ “ຮ່າງແຜນແມ່ບົດສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່”