ຜູ້ມີສິດເລືອກຕັ້ງ ສ.ເກົາຫຼີໄປປ່ອນບັດ ເລືອກຕັ້ງປະທານາທິບໍດີ ຄັ້ງທີ່ 18
ຜູ້ມີສິດເລືອກຕັ້ງ ສ.ເກົາຫຼີ ປ່ອນບັດ
ເລືອກຕັ້ງປະທານາທິບໍດີຄັ້ງທີ່ 18
|
Vovworld- ເວລາ 6 ໂມງກົງຂອງຕອນເຊົ້າວັນທີ 19/12 ຕາມເວລາທ້ອງຖິ່ນ, ການເລືອກຕັ້ງປະທານາທິບໍດີຄັ້ງທີ່ 18 ຂອງ ສ.ເກົາຫຼີໄດ້ຖືກດຳເນີນຢ່າງເປັນທາງການຢູ່ສະຖານທີ່ປ່ອນບັດ 13.500 ແຫ່ງໃນທົ່ວປະເທດ. ນີ້ຖືກຖືວ່າ ແມ່ນການແຂ່ງຂັນຍາດເອົາຕຳແໜ່ງປະທານາທິບໍດີຢ່າງຂ້ຽວຂາດທີ່ສຸດນັບແຕ່ກ່ອນເປັນຕົ້ນມາຢູ່ ສ.ເກົາຫຼີ ຍ້ອນການແກ່ງແຍ້ງລະຫວ່າງຜູ້ສະໝັກເລືອກຕັ້ງ ທ່ານ ນາງ Park Geun- Hye ສັງກັດພັກໂລກໃໝ່ກຳອຳນາດ ແລະ ຜູ້ສະໝັກເລືອກຕັ້ງ ທ່ານ Moon Jae In ສັງກັດພັກປະຊາທິປະໄຕເອກະພາບ ໄດ້ດຳເນີນດ້ວຍເຄັ່ງຕຶງທີ່ສຸດ. ຕາມໝາກຜົນຂອງການຢ່ັງຫາງສຽງຄັ້ງສຸດທ້າຍກ່ອນທີ່ຈະດຳເນີນການເລືອກຕັ້ງ, ທ່ານ ນາງ Park Geun- Hye ຍັງຄົງນຳໜ້າ ດ້ວຍສຽງສະໜັບສະໜູນລື່ນກາຍຢ່າງວຸດວິດເມື່ອທຽບໃສ່ຄູ່ແຂ່ງ ທ່ານ Moon Jae In ສັງກັດພັກປະຊາທິປະໄຕເອກະພາບ. ຄະນະກຳມະການເລືອກຕັ້ງສູນກາງ ສ.ເກົາຫຼີ ຈະດຳເນີນການນັບບັດພາຍຫຼັງສະຖານທີ່ປ່ອນບັດປິດປະຕູ ໃນເວລາ 18 ໂມງຂອງວັນດຽວກັນ .