ຜູ້ອ່ານກວ່າ1ລ້ານເທື່ອຄົນເຂົ້າຮ່ວມງານບຸນປື້ມນະຄອນໂຮ່ຈິມິນຄັ້ງທີ9

ຜູ້ອ່ານກວ່າ1ລ້ານເທື່ອຄົນເຂົ້າຮ່ວມງານບຸນປື້ມນະຄອນໂຮ່ຈິມິນຄັ້ງທີ9 - ảnh 1
ຜູ້ອ່ານກວ່າ 1 ລ້ານເທື່ອຄົນເຂົ້າຮ່ວມງານບຸນປື້ມນະຄອນໂຮ່ຈິມິນຄັ້ງທີ 9
(ພາບ: news.zing)

(vovworld) - ພາຍ​ຫຼັງ​ກວ່າ 1 ອາ​ທິດ​ທີ່​ດຳ​ເນີນ​ຢ່າງ​ຟົດ​ຟື້ນ, ດ້ວຍ​ການ​ເຄື່ອນ​ໄຫວ​ທີ່ມີ​ປະ​ໂຫຍດຕ່າງໆ, ງານ​ບຸນ​ປື້ມ​ນະ​ຄອນ​ໂຮ່​ຈິ​ມິນ​ ຄັ້ງ​ທີ 9 ໄດ້​ອັ​ດ​ລົງ​ໃນ​ຕອນ​ຄ່່ຳ​ວັນ​ທີ 27/03. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ງານ​ບຸນ​ປື້ມ​ຄັ້ງ​ນີ້​ໄດ້​ຕ້ອນ​ຮັບ​ຜູ​້​ອ່ານກວ່າ 1 ລ້ານ​ເທື່ອ​ຄົນ (ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ງານ​ບຸນ​ປື້​ມ​ຄັ້ງ​ທີ 8 ປີ 2014). ງານ​ບຸນ​ປື້ມ​ນະ​ຄອນ​ໂຮ່​ຈິ​ມິນ​ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ປື້ມ - ວັດ​ທະ​ນະ​ທຳ - ເຊື່ອມ​ໂຍງ ແລະ ພັດ​ທະ​ນາ” ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 21 – 27/03, ເຊິ່ງໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂ​ອງ 172 ຫົວ​ໜ່ວຍ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ພິມ​ຈຳ​ໜ່າຍ​ປື້ມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ບຸນ​ປື້ມ​ໄດ້​ແນະ​ນຳ​ເຖິງ​ຜູ້​ອ່ານ​ປື້ມ​ປະ​ມານ 300.000 ຫົວ.

ຂ່າວ/ບົດ​ອື່ນ