ຜູ້ແຫ່ຂະບວນປະທ້ວງ ປິດລ້ອມບັນດາສະຖານ ທີ່ປ່ອນບັດກ່ອນ ກຳນົດເວລາຢູ່ໄທ
(ພາບ: AFP/TTXVN))
(vovworld)- ວັນທີ 26/1, ມີສະຖານທີ່ປ່ອນບັດຢູ່ນະຄອນຫຼວງບາງກອກ ຢ່າງໜ້ອຍສຸດ 16 ແຫ່ງໄດ້ຖືກໂຈະໄວ້ຍ້ອນການກີດຂວາງຂອງຜູ້ແຫ່ຂະບວນປະທ້ວງຄື: ປິດລ້ອມສະຖານທີ່ປ່ອນບັດ, ສະກັດກັ້ນເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງໄປຍັງບັນດາສະຖານທີ່ນີ້. ການປ່ອນບັດກ່ອນກຳນົດເວລາຢູ່ບັນດາແຂວງພາກໃຕ້ກໍ່ຖືກກີດຂວາງ ໃນຂະນະທີ່ຢູ່ພາກເໜືອ, ພາກອີສານ ແລະ ພາກກາງໄທ ໄດ້ດຳເນີນໄປຢ່າງສະດວກສະບາຍ. ມີ ປຊຊ ໄທ 49 ລ້ານຄົນຈະໄປປ່ອນບັດເລືອກຕັ້ງ ແລະ 2,6 ລ້ານຄົນໄດ້ຈົດທະບຽນໄປປ່ອນບັດກ່ອນກຳນົດເວລາ. ປະຈຸບັນ, ບໍ່ທັນມີການລາຍງານກ່ຽວກັບສະພາບການໃຊ້ຄວາມຮຸນແຮງ.
ໃນວັນດຽວກັນ, ຮອງນາຍົກລັດຖະມົນຕີຊົ່ວຄາວໄທ ພົງເທບ ໃຫ້ຮູ້ວ່າ: ຄະນະກຳມະການເລືອກຕັ້ງໄທ ຈະພົບປະກັບທ່ານນາງນາຍົກລົດຖະມົນຕີຍິ່ງຮັກ ຊີນນະວັດ ໃນວັນທີ 28/1 ເພື່ອປຶກສາຫາລືກ່ຽວກັບການໂຈະການເລືອກຕັ້ງໄວ້ແຕ່ເວລາ ແລະ ສະຖານທີ່ພົບປະຍັງບໍ່ທັນໄດ້ຖືກເປີດເຜີຍເທື່ອ./.