ຝ່າຍຕ່າງໆຢູ່ຊີຣີ ຈັດກອງປະຊຸມຄືນໃໝ່ຢູ່ ກອງປະຊຸມຊີແນວ 2

ຝ່າຍຕ່າງໆຢູ່ຊີຣີ ຈັດກອງປະຊຸມຄືນໃໝ່ຢູ່ ກອງປະຊຸມຊີແນວ 2 - ảnh 1
(​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ
ສະຫະພັນ​ອາຣັບ (AL) ທ່ານ Lakhdar Brahimi)


(vovworld) - ຮອບ​ເຈລະຈາ​ຄັ້ງ​ທີ 2 ຂອງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ສັນຕິພາບຢູ່​ຊີຣີ (ກອງ​ປະຊຸມ​ເຊີ​ແນວ 2) ​ເລີ່​ມຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/02, ຢູ່​ນະຄອນ​​ເຊີ​ແນວ ປະ​ເທດ ສະ​ວິດ. ກອງ​ປະຊຸມ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ຄືນ​ໃໝ່​ພາຍຫຼັງ​ການ​ເຈລະຈາ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ລະຫວ່າງ​ລັດຖະບານ​ຊີຣີ ​ແລະ ຝ່າຍ​ຄ້ານ ສິ້ນ​ສຸດ​ລົງ​ໃນ​ເດືອນ 01/2014 ຜ່ານ​ມາ ​​ແຕ່ບໍ່​ບັນລຸ​ໄດ້​ໝາກຜົນ​ໃດໆ. ບັນດາ​ແຫຼ່ງຂ່າວ​ຈາກ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ, ຮອບ​ເຈລະຈາ​​ເລີ່​ມ​ດຳ​ເນີນ​ດ້ວຍ​ການ​ພົບ​ປະລະ​ຫວ່າງ​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ (AL) ທ່ານ Lakhdar Brahimi ກັບ​ຄະນະ​ຝ່າຍ​ຄ້ານ​ຊີຣີ. ຫຼັງ​ຈາກ​ນັ້ນ, ຄາດ​ວ່າ ທ່ານ Brahimi ​ຈະ​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ລັດຖະບານ​ຊີຣີ. ຕາມ​ສຳນັກ​ຂ່າວສານ Reuters ​ແລ້ວ, ທ່ານ Brahimi ​ໄດ້​ຊີ້​ແຈ້ງ​ໃຫ້​ຝ່າຍ​ຄ້ານ ​ແລະ ລັດຖະບານ​ຊີຣີ ​ໄດ້​ຮັບ​ຊາບວ່າ ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ເຊິ່ງລວມມີ​ການ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​​ໃນ​ໄລຍະ​ຂ້າມ​ຜ່ານ ​ແລະ ສ້າງ​ແຜນການ​ໄກ​ເກ່ຍປ່ອງ​ດອງ​ຊາດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຄາດ​ວ່າ, ຮອບ​ເຈລະຈາ​ຄັ້ງ​ທີ 2 ຂອງ​ກອງ​ປະຊຸມ​​ເຊີ​ແນວ ຈະ​ແກ່ຍາວ​ເປັນ​​ເວລາອາທິດ​ໜຶ່ງ.

ຂ່າວ/ບົດ​ອື່ນ