ພັດທະນາຮອບດ້ານເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ
(VOVWORLD) - ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ສະຫຼຸບໂຄງການປະຕິບັດເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2025 ແລະ ກຳນົດທິດເນື້ອໃນໄລຍະ 2026 – 2030. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ສົມທົບກັບແບບທາງໄກໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP) |
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກໃຫ້ພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕ້ອງມີວິທີ່ສຳຜັດຮອບດ້ານ. ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງ, ການເງິນທີ່ມີຈຸດເນັ້ນໜັກ, ຈຸດສຸມ; ກໍ່ສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສຸມໃສ່ວາງແຜນຜັງພັດທະນາ; ໝູນໃຊ້ວິທະຍາສາດເຕັກໂນໂລຢີ; ຮ່ວມສຳພັນລະຫວ່າງລັດ, ປະຊາຊົນ, ວິສາຫະກິດ, ທະນາຄານເພື່ອພັດທະນາການຜະລິດ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກ... ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດ, ຍົກລະດັບການຊົມໃຊ້ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດ ພູດອຍ.
“ສ້າງຄວາມດຸ່ນດ່ຽງກ່ຽວກັບການຈັດແບ່ງແຫຼ່ງຊັບພະຍາກອນໃຫ້ບຸລິມະສິດແກ່ໂຄງການ. ເປົ້າໝາຍຂອງ 5 ປີຈະມາເຖິງແມ່ນເພີ່ມຂຶ້ນແຕ່ 10 – 15%. ສ້າງບ້ວງສິນເຊື່ອບຸລິມະສິດເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ. ມີນະໂຍບາຍປີການເງິນ, ເຂົ້າເຖິງທີ່ດິນ, ຫຼຸດຜ່ອນພາສີ, ຄ່າທຳນຽມ… ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”.