ກອງປະຊຸມສຸດຍອດ ສ.ເກົາຫຼີ - ຈີນ ເຫັນດີເປັນເອກະພາບຟື້ນຟູສາຍພົວພັນ
(VOVWORLD) - ການນຳ ຈີນ ຖືວ່າ ຈີນ ແລະ ສ.ເກົາຫຼີ ຕ້ອງພ້ອມກັນຮັກສາທ່າອ່ຽງມິດຕະພາບ, ການຮ່ວມມື ແລະ ນຳສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຈົບງາມ.
ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ໄດ້ມີການພົບປະກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ຢູ່ປັກກິ່ງ, ຈີນ ໃນວັນທີ 05/01/2026 (ພາບ: China Daily via Reuters) |
ວັນທີ 05 ມັງກອນ, ຢູ່ ປັກກິ່ງ, ປະເທດຈີນ, ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ໄດ້ມີການພົບປະກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ກ່າວຄຳເຫັນທີ່ການພົບປະ, ການນຳ ຈີນ ຖືວ່າ ຈີນ ແລະ ສ.ເກົາຫຼີ ຕ້ອງພ້ອມກັນຮັກສາທ່າອ່ຽງມິດຕະພາບ, ການຮ່ວມມື ແລະ ນຳສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຈົບງາມ. ສ່ວນທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ກໍຢັ້ງຢືນຄືນຄວາມສຳຄັນຂອງການຮ່ວມມືສອງຝ່າຍ, ພ້ອມທັງປາດຖະໜາວ່າ ປີ 2026 ຈະແມ່ນປີທຳອິດແຫ່ງການຟື້ນຟູສາຍພົວພັນລະຫວ່າງສອງປະເທດ. ການນຳ ສ.ເກົາຫຼີ ກໍໃຫ້ຄຳໝັ້ນສັນຍາ ຈະພ້ອມກັບທ່ານປະທານປະເທດຈີນສ້າງພື້ນຖານການເມືອງອັນດີງາມ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມຸ່ງໄປເຖິງການສ້າງສາຍພົວພັນອັນດີງາມ.
ການນຳສອງທ່ານກໍໄດ້ເຕື້ອງເຖິງບັນຫາ ແຫຼມເກົາຫຼີ. ຝ່າຍ ສ.ເກົາຫຼີ ປາດຖະໜາວ່າ ສອງຝ່າຍຈະພ້ອມກັນຊອກຫາບັນດາວິທີການແກ້ໄຂທີ່ສາມາດເປັນໄປໄດ້, ມຸ່ງໄປເຖິງສັນຕິພາບໃນພາກພື້ນ, ປະກອບສ່ວນສ້າງສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ.
ຕວັນເຍີດ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ.