ພິທີມອບລາງວັນປະກວດການປະດິດສ້າງເຕັກນິກ ໃຫ້ຊາວກະສິກອນທົ່ວປະເທດ ຄັ້ງທີ V

ພິທີມອບລາງວັນປະກວດການປະດິດສ້າງເຕັກນິກ ໃຫ້ຊາວກະສິກອນທົ່ວປະເທດ ຄັ້ງທີ V  - ảnh 1
ພິທີມອບລາງວັນປະກວດການປະດິດສ້າງ
ເຕັກນິກໃຫ້ຊາວກະ ສິກອນທົ່ວປະເທດ ຄັ້ງທີ V
(ພາບ: hoinongdan.org.vn)

(vovworld) - ພິທີມອບລາງວັນປະກວດການປະດິດສ້າງເຕັກນິກໃຫ້ຊາວກະສິກອນທົ່ວປະເທດ ຄັ້ງທີ V ນີ້, ໄດ້ຈັດຕັ້ງຂຶ້ນຕອນເຊົ້າວັນທີ 9/10 ຢູ່ຮ່າໂນ້ຍ. ການປະກວດປະດິສ້າງເຕັກນິກຂອງຊາວກະສິກອນ ທົ່ວປະເທດຄັ້ງທີ V ໄດ້ປຸກລະດົມແຕ່ເດືອນ 6/2013 ແລະໄດ້ຜັນຂະຫຍາຍຢ່າງເລິກເຊິ່ງ ກວ້າງຂວາງ ເຖິງບັນດາຂັ້ນ, ຮາກຖານສະມາຄົມຕ່າງໆກໍ່ຄືສະມາຊິກ,ຊາວກະສິກອນແຕ່ລະຄົນ. ພາຍຫຼັງການກວດໃຫ້ຄະແນນຫຼາຍຮອບແລ້ວ, ຄະນະກຳມະການໄດ້ຄັດເລືອກເອົາ 16 ຜົນງານການປະດິດສ້າງດີເລີດຈາກ 62 ຜົນງານການປະດິດສ້າງຂອງບັນດານັກປະດິດສ້າງທີ່ໄດ້ເຂົ້າຮ່ວມການປະກວດນີ້. ລາງວັນທີ 1 ມີໜຶ່ງລາງວັນ ເປັນຂອງນັກປະດິດໂງທ໋າຍຫງວຽນ. ບັນດາມາດຕະການແກ້ໄຂການປະດິດເຕັກນິກ ທີ່ເຂົ້າຮ່ວມການປະກວດຄັ້ງນີ້ ຂອງຊາວກະສິກອນແມ່ນອຸດົມສົມບູນທີ່ສຸດ, ໂດຍອີງໃສ່ຫຼາຍຂົງເຂດ ທີ່ແຕກຕ່າງກັນຄື : ການປູກຝັງ, ລ້ຽງສັດ, ການລ້ຽງປູກສິນທະເລ, ການປ້ອງກັນສະພາບແວດລ້ອມ, ເຄື່ອງຈັກກະສິກຳ, ການປຸງແຕ່ງຜະລິດຕະພັນກະເສດ…. ພິເສດ, ມີຫຼາຍຜົນງານການປະດິດມີລັກສະນະນຳໃຊ້ໄດ້ ແລະ ມີແນວຄວາມຄິດຈາກການປະຕິບັດຕົວຈິງ.

ຂ່າວ/ບົດ​ອື່ນ