ພິທີສະເຫຼີມສະຫຼອງວັນຊາດຫວຽດນາມຢູ່ປະເທດໄທ
(ພາບ:vov)
(vovworld)- ວັນທີ 29/8, ຢູ່ ໄທ, ສະຖານທູດຫວຽດນາມ ປະຈຳໄທ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 68 ປີ. ກ່າວຄຳເຫັນທີ່ພິທີ, ທ່ານໂງດຶກທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຢືນຢັນວ່າ: ຍາມໃດຊາວຫວຽດນາມ ກໍ່ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານການພັດທະນາໃນກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ສ້າງພື້ນຖານເພື່ອໃຫ້ຫວຽດນາມ ພັດທະນາວັດທະນາຖາວອນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມກ້ານໜ້າທາງສັງຄົມໃນພາກພື້ນ ແລະ ໃນທົ່ວໂລກ. ໃນຕອນຄ່ຳຂອງວັນດຽວກັນ, ກົງສູນໃຫ່ຍຫວຽດນາມ ປະຈຳນະຄອນກວາງຕຸງ ປະເທດຈີນ ໄດ້ຈັດງານພົບປະສ້າງສັນໃນໂອກາດ ສະຫຼອງສະຫຼອງວັນຊາດຫວຽດນາມ ຄົບຮອບ 68 ປີ. ກ່າວຄຳເຫັນທີ່ພິທີ, ທ່ານຈືແທວຮວາ ຮອງປະທານຜູ້ປະຈຳການແຂວງກວາງຕຸງ ໃຫ້ຮູ້ວ່າ: ເລື່ອງຫວຽດນາມ-ຈີນ ສ້າງຕັ້ງກົນໄກກອງປະຊຸມປະສານງານຮ່ວມມືປະຈຳປີລະຫວ່າງກວາງຕຸງ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນໃນຂົງເຂດການຄ້າ. ຝ່າຍກວາງຕຸງ ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີ ແລະ ເປີດກ້ວາງການພົວພັນຮ່ວມມືໃນຂົງເຂດຕ່າງໆກ່ວາອີກ, ຊຸກຍູ້ການພົວພັນມິດຕະພາບພັດທະນາຢ່າງແຮງກ່ວາອີກ ບົນພື້ນຖານຕ່າງຝ່າຍຕ່າງມີຄວາມສົນໃຈ.
ຕອນຄ່ຳວັນທີ 29/8, ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 68 ປີ. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກວກເກືອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຢືນຢັນວ່າ: ຫວຽດນາມ ປະຈຸບັນໄດ້ກາຍເປັນຕະຫຼາດທີ່ຂະຫຍັນຂັນເຄື່ອນດ້ວຍພົນລະເມືອງເກືອບ 90 ລ້ານຄົນ ແລະ ພວມຕັດສິນໃຈຍູ້ແຮງການປ່ຽນແປງໃໝ່ຮອບດ້ານ, ເຊື່ອມໂຍງເຂົ້າກັບໂລກ, ສວບບົດບາດນັບມື້ນັບເປັນເຈົ້າການກ່ວາ ແລະ ມີຄວາມຮັບຜິດຊອບໃນພາກພື້ນ ແລະ ໃນໂລກ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ທ່ານ ເອກອັກຄະລັດຖະທູດຫວຽດນາມ ຫງວຽນກວກເກືອງ ປາດຖະໜາວ່າ: ຫວຽດນາມ ແລະ ອາເມລິກາ ຈະມີການພົວພັນຢ່າງຮອບດ້ານ. ໂດຍຕາງໜ້າໃຫ້ລັດຖະບານອາເມລິກາ, ທ່ານ Scot Marciel ຮັກສາການຜູ້ຊ່ວຍວຽກໃຫ້ແກ່ລັດຖະມົນຕີການຕ່າງປະເທດອາເມລິກາ ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ໃນວັນດຽວກັນ, ຢູ່ນະຄອນຫຼວງ Pretoria , ສະຖານທູດຫວຽດນາມ ປະຈຳ ສ. ອາຟຼິກກາໃຕ້ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 68 ປີ. ທ່ານເລຮູຍຮ່ວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາຟຼິກກາໃຕ້ ໄດ້ຢືນຢັນນະໂຍບາຍຂອງພັກ, ລັດຫວຽດນາມ ໃນການຖືເປັນສຳຄັນ, ຍູ້ແຮງການພົວພັນມິດຕະພາບກັບ ອາຟຼິກກາໃຕ້. ທ່ານເນັ້ນໜັກວ່າ: ປີ 2013 ແມ່ນຂີດໝາຍສຳຄັນໃນການພົວພັນຫວຽດນາມ- ອາຟຼິກກາໃຕ້, ແມ່ນປີທີ່ສອງປະເທດພວມຈັດຕັ້ງການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ເພື່ອແນໃສ່ເສີມຂະຫຍາຍການພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດໃນດ້ານການເມືອງ, ການທູດ ກໍ່ຄືຍູ້ແຮງການຮ່ວມມືອັນແທດຈິງກ່ວາອີກໃນຫຼາຍຂົງເຂດ, ໃນນັ້ນມີດ້ານການເມືອງ, ການລົງທຶນ, ການສຶກສາ….