ພິທີງານບຸນສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ງອກໂຫ່ຍ - ດົ່ງດາ
(ພາບ: dantri.com.vn)
(vovworld) - ຕອນເຊົ້າວັນທີ 14/2 (ກົງກັບວັນທີ 5 ເດືອນຈຽງໄລ່ຕາມຈັນທະປະຕິທີນ), ພິທີງານບຸນສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ງອກໂຫ່ຍ - ດົ່ງດາ ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ ຢູ່ ຮ່າໂນ້ຍ ແນໃສ່ເຊີດຊູຮູບພາບນັກວິລະຊົນ ກວາງຈູງ - ຫງວຽນເຫ້ວ ດ້ວຍບັນດາວິລະກຳທີ່ລືຊາຜາກົດ ໃນການຕ້ານພວກຊິງ - ສັດຕູເຂົ້າມາຮຸກຮານ. ມີຊາວນະຄອນຫຼວງ ແລະ ແຂກສາລະທິດນັບພັນຄົນ ໄດ້ມາຮ່ວມງານບຸນດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງຄືພິທີຖະຫວາຍທູບທຽນບູຊາ, ພິທີແຫ່ວໍ, ຟ້ອນມັງກອນ, ການສະແດງສິລະປະ, ມວຍພື້ນເມືອງ ແລະ ອື່ນໆ...
ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ ແຂວງເທ່ືອທຽນເຫ້ວ ກໍ່ ໄດ້ຈັດພິທີຖະຫວາຍທູບທຽນບູຊາ ເນື່ອງໃນໂອກາດສະເຫຼີມສະຫຼອງ 225 ປີແຫ່ງວັນ ກວາງຈູງ - ຫງວຽນເຫ້ວຂຶ້ນຄອງລາຊະບັນລັງ ແລະ 224 ປີແຫ່ງ ໄຊຊະນະ ງອກໂຫ່ຍ - ດົ່ງດາ ຢູ່ຕາແສງ ອານໄຕ ນະຄອນ ເຫ້ວ.