(ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ກ່າວຄຳເຫັນທີ່ີພິທີ)
(vovworld) – ຕອນເຊົ້າວັນທີ 7/9 ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (7/9/1945 – 7/9/2015) ຢ່າງສົມກຽດ ແລະ ຕອນຮັບຫຼຽນໄຊເອກະລາດຊັ້ນ 1 ເທື່ອທີ 2 ຊຶ່ງມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ອະດິດປະທານປະເທດ ເລດຶກແອງ, ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຮ່າທິຄຽດ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ພ້ອມກັບບັນດາຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂັ້ນສູນກາງ.
ໃນ 70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບຊົນຊາດ, ປະເທດ. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນສຽງເວົ້າຂອງພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:
“VOV ໄດ້ມີບັນດາບາດກ້າວຂະຫຍາຍຕົວຢ່າງແຂງແຮງນັບທັງດ້ານຈຳນວນ ແລະ ຄຸນນະພາບ. ຈາກການອອກອາກາດບັນດາລາຍການໃນເບື້ອງຕົ້ນເປັນເວລາ 90 ນາທີ, ມາຮອດປະຈຸບັນ VOV ອອກອາກາດເປັນເວລາກ່ວາ 600 ຊົ່ວໂມງດ້ວຍກ່ວາ 250 ລາຍການຕໍ່ວັນ ເພື່ອຮັບໃຊ້ທຸກເປົ້າໝາຍໃນສັງຄົມ. ຄື້ນຂອງ VOV ໄດ້ປົກຄຸມ 97,43% ເຂດຊຸມຊົນໃນທົ່ວປະເທດ ແລະ ບໍລິເວນທີ່ກ້ວາງໃຫຍ່ຢູ່ທະເລຕາເວັນອອກ ແລະ ໃນໂລກ ”.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເນັ້ນໜັກວ່າ:
“ຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານແມ່ນຕ້ອງທັນການ, ຊັດຊື່ ແລະ ດູດດຶມ. ມັນຮຽກຮ້ອງໃຫ້ພະນັກງານ, ນັກຂ່າວແຕ່ລະຄົນບໍ່ພຽງແຕ່ມີຄວາມເຂົ້າໃຈ, ຄຸນນະທາດ ແລະ ໄຫວພິກເທົ່ານັ້ນ ຫາກຍັງຕ້ອງມີລັກສະນະອາຊີບສູງ. ພະນັກງານ, ນັກຂ່າວ, ນັກສິລະປິນແຕ່ລະຄົນຂອງ VOV ລ້ວນແຕ່ໄດ້ຮັບກຽດເພື່ອພ້ອມກັນຮ້ອງຄຳວ່າ: ທີ່ນີ້ສະຖານີວິທະຍຸກະຈາຍສຽງ ຫວຽດນາມ. ຄວາມເປັນກຽດນີ້ ຄວນໄດ້ຮັບການຮັກສາ ແລະ ທະນຸທະຫນອມ”.