ທ່ານ ໂຕນຊີງແທ່ງເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ
|
(vovworld)- ຕອນບ່າຍວັນທີ 1/1, ຢູ່ ສຳນັກງານ ສະຖານທູດຫວຽດນາມ ຢູ່ ອິນເດຍ, ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 5 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Bhutan (19/1/2012-19/1/2017). ກ່າວຄຳເຫັນໄຂພິທີ ທ່ານ ໂຕນຊີງແທ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຮັບຜິດຊອບວຽກງານການທູດຢູ່ Bhutan ແລະ Nepal ໄດ້ເນັ້ນຫນັກວ່າ: ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Bhutan ແມ່ນເຫດການສຳຄັນ, ເປັນຂີດໝາຍບາດກ້າວພັດທະນາໃຫມ່ ເພື່ອຕອບສະຫນອງຄວາມມຸ້ງມາດປາດຖະຫນາຢາກເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ໂຕນຊີງແທງ ຢືນຢັນວ່າ: ຫວຽດນາມ ແລະ Bhutan ລ້ວນແຕ່ມີມໍລະດົກ ແລະວັດທະນະທຳສາສະຫນາອັນໝັ້ນຄົງ, ມີຫລາຍຈຸດຄ້າຍຄືກັນ ແລະ ລ້ວນແຕ່ແມ່ນສອງປະເທດຮັກຫອມສັນຕິພາບ. ສອງປະເທດລ້ວນແຕ່ມີພື້ນຖານວັດທະນະທຳເປັນຫລາຍຮູບຫລາຍແບບ ແລະ ມີທິວທັດທຳມະຊາດສວຍງາມຫລາຍແຫ່ງ. ນັບມື້ນັບມີຊາວຫວຽດນາມ ຫລາຍຄົນຢາກໄປຢ້ຽມຢາມ Bhutan, ປະເທດມີຄວາມຜາສຸກກວ່າໝູ່ໃນໂລກ.