(vovworld) - ຕອນບ່າຍວັນທີ 22/5, ສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ 13 ໄດ້ຈັດຕັ້ງການພົບປະສັງສັນລະຫວ່າງບັນດາສະມາຊິກສະພາແຫ່ງຊາດຍິງ ເນື່ອງໃນໂອກາດບັນດາສະມາຊິກສະພາແຫ່ງຊາດພວມເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຢູ່ທີ່ຮ່າໂນ້ຍ. ທີ່ການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ຢືນຢັນວ່າ: ບັນດາສະມາຊິກສະພາແຫ່ງຊາດຍິງ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສຳເລັດຮ່າງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ), ພິເສດແມ່ນບັນດາເນື້ອໃນກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນງານຍິງ. ພ້ອມກັນນັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດຍິງ ສືບຕໍ່ເສີມຂະຫຍາຍບົດບາດ, ມີການປະກອບສ່ວນສຳຄັນ ເພື່ອສ້າງລະບົບກົດໝາຍໃຫ້ສົມບູນແບບ, ພິເສດແມ່ນກົດໝາຍທີ່ກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.