ຟິລິບປິນແລະອາເມລິກາເພີ່ມທະວີຈຳນວນທະຫານເຂົ້າຮ່ວມການຊ້ອມຮົບຮ່ວມປະຈຳປີ
ການຊ້ອມຮົບ “Balikatan” ປີ 2013
(ພາບ: AFP)
|
(vovworld) – ວັນທີ 6/4, ໂຄສົກຂອງກຳລັງປະກອບອາວຸດ ຟິລິບປິນ, ພັນຕີ Harold Cabunoc, ໃຫ້ຮູ້ວ່າ: ທະຫານຂອງປະເທດນີ້ ແລະ ອາເມລິກາ ກ່ວາ 11.500 ຄົນຈະເຂົ້າຮ່ວມການຊ້ອມຮົບຮ່ວມປະຈຳປີທີ່ມີຊື່ວ່າ “Balikatan” (ຮຽງບ່າຮຽງໄຫຼ່), ເຊິ່ງຄາດວ່າຈະດຳເນີນໄປໃນລະຫວ່າງວັນທີ 20 – 30/4. ຕາມ ພັນຕີ Harold Cabunoc ແລ້ວ, ການຊ້ອມຮົບປີນີ້ຖືກດຳເນີນໄປດ້ວຍຂອບຂະໜາດໃຫຍ່ກ່ວາ, ມັນເປັນການສ່ອງແສງເຖິງ “ຄຳໝັ້ນສັນຍາທີ່ນັບມື້ນັບແຂງແຮງຂອງທັງ 2 ປະເທດເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຜັນຂະຫຍາຍບັນດາການເຄື່ອນໄຫວດ້ານການທະຫານ ແລະ ປອດການທະຫານຮ່ວມ”. ຈຳນວນທະຫານເຂົ້າຮ່ວມການຊ້ອມຮົບ “Balikatan” ປີນີ້ຫຼາຍທົບ 2 ເທົ່າເມື່ອທຽບໃສ່ປີກ່ອນ. ນອກຈາກນັ້ນ, ອົດສະຕາລີ ກໍ່ໄດ້ສົ່ງທະຫານ 61 ຄົນ ແລະ ເຮືອບິນການທະຫານລຳໜຶ່ງເຂົ້າຮ່ວມການຊ້ອມຮົບປີ 2015 ນີ້.
“Balikatan” ແມ່ນການຊ້ອມຮົບຮ່ວມປະຈຳປີລະຫວ່າງ ອາເມລິກາ ແລະ ຟິລິບປິນ ເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມຕໍ່ສູ້ຂອງກຳລັງ ຟິລິບປິນ ກໍ່ຄືຄວາມສາມາດຮັບມືລະຫວ່າງກຳລັງປະກອບອາວຸດຂອງ 2 ປະເທດສຳພັດທະມິດ.