ການນຳນະຄອນຫວຽດຈີ ຖະຫວາຍທູບທຽນບູຊາອາໄລຫາບັນດາເຈົ້າຊີວິດຮຸ່ງ
(ພາບ: dantri.com)
Vovworld- ຕອນເຊົ້າວັນທີ 26 ມີນາ, ການນຳນະຄອນຫວຽດຈີ ໄດ້ຖະຫວາຍທູບທຽນບູຊາອາໄລຫາ ບັນດາເຈົ້າຊີວິດຮຸ່ງຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫວຽດຈີມີຄວາມໝັ້ນໝາຍຕໍ່ດວງວິນຍານບັນດາເຈົ້າຊີວິດຮຸ່ງ ຈະຕັດສິນໃຈ ສ້າງ ສານະຄອນ ຫວຽດຈີເຖິງປີ 2020 ໃຫ້ກາຍເປັນນະຄອນແຫ່ງງານບຸນອວາຍຽເມືອຫາກົກເຄົ້າເຫງົ້າກໍຂອງຊາດຫວຽດນາມ, ນະຄອນທ່ອງທ່ຽວທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມ.
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ແຂວງຟູເທາະ, ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ ເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ - ວັດທະນະທຳຈິດວິນຍານ, ກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ”. ບັນດາບົດປະກອບຄຳເຫັນນະການນີ້ ໄດ້ຊີ້ແຈ້ງເຖິງບັນດາຄຸນຄ່າທີ່ພົ້ນເດັ່ນ ອັນໄດ້ສ້າງສີສັນວັດທະນະທຳຂອງຊາດໃນເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ. ທ່ານສາດສະດາ ຈານ ໂງດຶກທິ້ງ ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ອະນຸລັກຮັກສາວັດທະນະທຳການເຫຼື້ອມໃສຫວຽດນາມຖືວ່າ : (ເທບ)
“ ໃນການເຫຼື້ອມໃສນັ້ນ, ປັດໃຈຄວາມເຊື່ອໝັ້ນແມ່ນສຳຄັນທີ່ສຸດ. ເມື່ອມະນຸດເຮົາມີຄວາມເຊື່ອໝັ້ນ, ກໍຈະມີບັນດາການກະທຳເຫຼື້ອມໃສ. ທາງດ້ານຈິດວິນຍານວິຫານຮຸ່ງແມ່ນແຫ່ງທີ່ປະຊາຊົນຝາກຄວາມເຊື່ອໝັ້ນ ແລະ ປະຊາຊົນມີສິດປະຕິບັດຄວາມເຊື່ອໝັ້ນນີ້ ”