ມຸ່ງໄປເຖິງວັນສ້າງຕັ້ງສະມາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ

ມຸ່ງໄປເຖິງວັນສ້າງຕັ້ງສະມາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ
ປະຈຳ​ມາ​ເລ​ເຊຍ Nguyen Hong Thao
(ພາບ:hoptacquocte.com)


(vovworld) -     ສະຖານທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຈະ​ສ້າງ​ຕັ້ງສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ມາ​ເລ​ເຊຍ ກ່ຽວ​ກັບ​ເລື່ອງ​ມີ​ອົງການ​ອຸ້ມ​ຊູຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ຮໍ່າຮຽນ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດການ​ເປັນ​ຢູ່; ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ມາ​ເລ​ເຊຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ Nguyen Hong Thao ​ໄດ້​ປະກາດ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ 28 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນແມ່ຍິງ​ຫວຽດນາມ (20/10/1930 – 20/10/2012), ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ສົມທົບ​ກັບ​ຮ້ານ​ອາ​ຫານ Cung Dinh ຫວຽດນາມ ຈັດ​ຕັ້ງ​ຂຶ້ນຢູ່ Kuala Lumpur ​ໃນ​ຕອນ​ຄໍ່າ​ວັນ​ທີ 20/10. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Hong Thao ​ໄດ້​ທົບ​ທວນ​ຄືນ​ມູນ​ເຊື້ອ​ປະ​ຫວັດ​ສາດ​ຂອງ​ແມ່ຍິງ​ຫວຽ​ດນາມ, ​ໄລຍະ​ທາງ​ອັນ​ສະຫງ່າ​ລາສີ​ຂອງ​ສະຫະພັນກໍ​ຄື​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ແມ່ຍິງ​ຫວຽດນາມ ​ເຂົ້າ​ໃນ​ໄລຍະ​ທາງ​ແຫ່ງ​ການ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ