ມີ 8 ປະເທດອິດສະລາມຖະແຫຼງເຂົ້າຮ່ວມສະພາສັນຕິພາບ ກາຊາ

(VOVWORLD) -  ພາຍຫຼັງບັນດາແຈ້ງການສະເພາະ, ວັນທີ 21 ມັງກອນ, 8 ປະເທດ ອາຣັບ ແລະ ອິດສະລາມ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຂໍ້ຕົກລົງເຂົ້າຮ່ວມສະພາສັນຕິພາບ ກາຊາ ໂດຍ ອາເມລິກາ ສ້າງຕັ້ງ ແລະ ນຳພາ.

        8 ປະເທດ ອາຣັບ ແລະ ອິດສະລາມ ທີ່ອອກຖະແຫຼງການຮ່ວມແຈ້ງຂໍ້ຕົກລົງເຂົ້າຮ່ວມສາພາສັນຕິພາບ ກາຊາ ລວມມີ: ອີຢິບ, ຕວັກກີ, ຊະອຸດີ ອາຣາເບຍ, ສະຫະລັດອາຣັບເອັມມີເລດ, ຈໍແດນ, ກາຕາ, ປາກິດສະຖານ ແລະ ອິນໂດເນເຊຍ. ນີ້ກໍ່ແມ່ນ 8 ປະເທດທີ່ເຄີຍອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສົງຄາມ ກາຊາ ເປັນຫຼາຍຄັ້ງໃນໄລຍະຜ່ານມາ.

        ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ກໍ່ແຈ້ງໃຫ້ຊາບວ່າ ທ່ານ Benjamin Netanyahu, ນາຍົກລັດຖະມົນຕີປະເທດນີ້ ໄດ້ເຫັນດີຕໍ່ຄຳເຊີນຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບການເຂົ້າຮ່ວມສະພາສັນຕິພາບ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ