(VOVWORLD) - ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ.
(ພາບປະກອບ: ວາລະສານວິສາຫະກິດ) |
ຕາມການສະຖິຕິຂອງກົມພາສີແລ້ວ, ໃນ 2 ອາທິດຕົ້ນເດືອນກຸມພາ 2026, ມູນຄ່າການສົ່ງອອກ - ນຳເຂົ້າສິນຄ້າໃນທົ່ວປະເທດບັນລຸກວ່າ 130 ຕື້ USD, ເພີ່ມຂຶ້ນ 36,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນອັນຕັ້ງໜ້ານີ້ ໄດ້ຢັ້ງຢືນໃຫ້ເຫັນທ່າຟື້ນຕົວ ແລະ ເປີດກວ້າງການຄ້ານັບແຕ່ຊຸມເດືອນຕົ້ນປີ.
ໃນນັ້ນ, ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ. ກຳລັງໜູນເຕີບໂຕສືບຕໍ່ມາຈາກກຸ່ມອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ, ພິເສດແມ່ນບັນດາປະເພດສິນຄ້າເຕັກໂນໂລຢີສູງ. ໂທລະສັບ ແລະ ສິ້ນສ່ວນເພີ່ມຂຶ້ນຢ່າງແຮງທີ່ສຸດ, ປະກອບຕື່ມ 668 ລ້ານ USD, ເທົ່າກັບເກືອບ 33%. ຂະແໜງຕຳແຜ່ນຕັດຫຍິບມີການຟື້ນຕົວຢ່າງຕັ້ງໜ້າ, ບັນລຸ 1,8 ຕື້ USD, ເພີ່ມຂຶ້ນກວ່າ 32%, ສິ່ງດັ່ງກ່າວສະແດງໃຫ້ເຫັນສັນຍານປົວແປງສັນຍາສັ່ງຊື້ສິນຄ້າຢູ່ບັນດາຕະຫຼາດໃຫຍ່. ສິ່ງທີ່ໜ້າສົນໃຈແມ່ນ ຂົງເຂດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສົ່ງອອກບັນລຸເກືອບ 16 ຕື້ USD, ກວມເອົາເກືອບ 78% ວົງເງິນສົ່ງອອກ, ສືບຕໍ່ສວມບົດບາດເປັນຫຼັກແຫຼ່ງແກ່ນສານ.