(VOVWORLD) - ພິທີໄຂຊຸດຝືກອົບຮົບນາຍທະຫານເປັນເສນາທິການ ສປຊ ປີ 2026 ໂດຍການາດາໜູນຊ່ວຍ(UNSOC 2026) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ ຢູ່ຮ່າໂນ້ຍ.
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝືກອົບຮົບ (ພາບ: QDND) |
ໂດຍໄດ້ດຳເນີນແຕ່ວັນທີ 3 – 30 ມັງກອນ, UNSOC 2026 ມີການເຂົ້າຮ່ວມການສອນຂອງຖັນແຖນຄູອາຈານຫວຽດນາມ ພ້ອມກັບການໜູນຊ່ວຍປະກອບຄຳເຫັນຂອງບັນດາຄູອາຈານ ການາດາ ແລະ ການເຂົ້າຮ່ວມຮ່ຳຮຽນຂອງບັນດານັກສຳມະນາກອນສາກົນມາຈາກ ຫວຽດນາມ ແລະ ບັນດາປະເທດໃນຂອບເຂດໂຄງການຮ່ວມມືບຳລຸງສ້າງດ້ານການທະຫານປ້ອງກັນຊາດ - MTCP ແມ່ນ ບັງກາລະເທດ, ຟີຊີ, ອິນໂດເນເຊຍ, ມາເລເຊຍ, ມົງໂກນ, ເນປານ, ປາກິດສະຖານ, ຟີລິບປິນ, ໄທ, ຕີມໍແລັດສະເຕີ. ນອກຈາກນັ້ນ, ໃນຊຸດຝືກອົບຮົບຄັ້ງນີ້ຍັງມີການເຂົ້າຮ່ວມຂອງບັນດານາຍທະຫານກອງທັບປະຊາຊົນລາວ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເຊື້ອເຊີນ.
ກ່າວຄຳເຫັນທີ່ພິທີໄຂຊຸດຝືກອົບຮົບ, ທ່ານພົນຈັດຕະວາ ຟ້າມແມັ້ງທັ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ເນັ້ນຫນັກວ່າ ວິວັດການກະກຽມ ແລະ ຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕີພາບ ສປຊ ໃນເວລາກ່ວາ 11 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຂອງການາດາ ແລະ ສປຊ.
ສ່ວນທ່ານເອກອັກຄະລັດຖະທູດ ການາດາປະຈຳ ຫວຽດນາມ ເນັ້ນໜັກວ່າ ນັບແຕ່ເວລາ ຫວຽດນາມ ແລະ ການາດາ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍຂົງເຂດຮັກສາສັນຕິພາບ ເມື່ອປີ 2023, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດນັບມື້ນັບຈະແຈ້ງ ເມື່ອເປັນເຈົ້າພາບຈັດຫຼາຍຊຸກຝືກອົບຮົມໂດຍ ການາດາໜູນຊ່ວຍ, ຢັ້ງຢືນອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ກ່ຽວກັບການຝືກອົບຮົບການຮັກສາສັນຕີພາບ ໃນພາກພື້ນ.