ລັດຖະບານຊົ່ວຄາວ ຢູແກຼນ ປະກາດ ກຽມພ້ອມເຈລະຈາເພື່ອ ແກ້ໄຂວິກິດການ
ອຳນາດການປົກຄອງກຽມພ້ອມເຂົ້າຮ່ວມການເຈລະຈາ
ແລະ ຮັບຟັງຄວາມຄິດຄວາມເຫັນຂອງຝ່າຍຕ່າງໆແນໃສ່ແກ້ໄຂວິກິດການຢູ່ປະເທດນີ້
(ພາບ: AFP/TTXVN)
(vovworld) - ວັນທີ 15/5, ກ່າວຄຳເຫັນທີ່ກອງປະຊຸມໂຕະມົນເປັນເອກະພາບປະເທດຊາດຢູ່ນະຄອນຫຼວງ Kiev, ທ່ານປະທານາທິບໍດີຊົ່ວຄາວ ຢູແກຼນ Oleksandr Turchynov ນັ້ນໜັກວ່າອຳນາດການປົກຄອງກຽມພ້ອມເຂົ້າຮ່ວມການເຈລະຈາ ແລະ ຮັບຟັງຄວາມຄິດຄວາມເຫັນຂອງຝ່າຍຕ່າງໆແນໃສ່ແກ້ໄຂວິກິດການຢູ່ປະເທດນີ້. ຕາມທ່ານ Oleksandr Turchynov ແລ້ວ, ລັດຖະບານຊົ່ວຄາວ ແລະ ສະພາແຫ່ງຊາດປະເທດນີ້ກຽມພ້ອມປະຕິບັດບັນດາການປ່ຽນແປງທີ່ມີລັກສະນະລະບົບໃນລະບົບອຳນາດການປົກຄອງ ແລະ ຊີ້ແຈ້ງວ່າບັນດາກຳລັງປ້ອງກັນຄວາມສະຫງົບຈະເດັດດ່ຽວກີດຂວາງລັດທິກໍ່ການຮ້າຍ, ທ່ານກໍ່ໄດ້ຢືນຢັນວ່າບັນດາເປົ້າໝາຍທີ່ລະເມີດກົດໝາຍຈະຖືກລົງໂທດຢ່າງເຂັ້ມງວດ.