ທ່ານ Strphen Smith ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ
ຢ້ຽມຢາມ ຫວຽດນາມ
ພາບ: internet
|
(vovworld) - ຕອນເຊົ້າວັນທີ 29/8, ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ Phung Quang Thanh ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ Strphen Smith ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທີ 3 ຂອງລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນດ້ານປ້ອງກັນຊາດໃນປີ 1999. ທີ່ການພົບປະກັບນັກຂ່າວພາຍຫລັງສິ້ນສຸດການເຈລະຈາ, ລັດຖະມົນຕີທັງສອງທ່ານຊີ້ແຈງວ່າ: ຫວຽດນາມ ແລະ ອົດສະຕາລີ ແບ່ງປັນບົດຮຽນໃນການຝືກຊ້ອມຂອງກຳລັງດັກກົງ, ແລກປ່ຽນການຢ້ຽມຢາມແບບເຈດຕະນາດີຂອງກຳປັ່ນທະຫານເຮືອ. ກ່ຽວກັບສະພາບຄວາມໝັ້ນຄົງໃນພາກພື້ນ, ທ່ານ Smith ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ໄດ້ເນັ້ນຫນັກວ່າ ບໍ່ວ່າການປະທະກັນໃດໆກໍຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບທະເລປີ 1982. ທ່ານພົນເອກ Phung Quang Thanh ຢືນຢັນວ່າ: ຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນຂອງອົດສະຕາລີໃນກົນໄກເຮັດວຽກຂອງກອງປະຊຸມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ, ຫວຽດນາມ ຊົມເຊີຍ ແລະ ສະຫນັບສະຫນູນບັນດາຄວາມມານະພະຍາຍາມຂອງ ອົດສະຕາລີ ໃນການຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ.