ລັດຖະມົນຕີການຕ່າງປະເທດຍີ່ປຸ່ນຈະຢ້ຽມຢາມອີຣານໃນເດືອນ10ຈະມາເຖິງ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida
(ພາບປະກອບ: AFP)
(vovworld) – ຄາດວ່າ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida ຈະໄປຢ້ຽມຢາມອີຣານ ໃນທ້າຍເດືອນ 10 ຈະມາເຖິງ, ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນດ້ານການຄ້າ 2 ສົ້ນ. 2 ປະເທດມີແຜນການສ້າງຕັ້ງຄະນະກຳມະການປະສົມ ເພື່ອແນໃສ່ສົ່ງເສີມບັນດາແຜນການຮ່ວມມືໃນຂົງເຂດພະລັງງານ ແລະ ພັດທະນາພື້ນຖານໂຄງລ່າງ, ກໍຄືແກ້ໄຂບັນດາບັນຫາເສດຖະກິດອື່ນໆ. ປະຈຸບັນ, ຍີ່ປຸ່ນ ພວມເອົາໃຈໃສ່ເຖິງບັນດາໂຄງການນອນໃນຂົງເຂດນ້ຳມັນອາຍແກັດ ແລະ ຜະລິດນ້ຳມັນ. ບັນດາບໍລິສັດຂອງຍີ່ປຸ່ນ ຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຄ້າຂອງຕະຫຼາດອີຣານ ໃນສະພາບທີ່ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ຂໍ້ຕົກລົງນິວເຄຼຍປະຫວັດສາດ.