ລັດຖະມົນຕີການຕ່າງປະເທດອາເມລິກາ ເລີ່ມຕົ້ນການໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -ຕາມແຜນການ, ພາຍຫຼັງຢ້ຽມຢາມອິນໂດເນເຊຍ, ທ່ານ Blinken ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ.
(ພາບ: Reuters)
ວັນທີ 13 ທັນວາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເດີນທາງໄປຮອດອິນໂດເນເຊຍ, ປະເທດທຳອິດໃນການໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງອາເມລິກາ ກັບບັນດາປະເທດໃນພາກພື້ນ. ຄາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະພົບປະກັບປະທານາທິບໍດີປະເທດເຈົ້າພາບ Joko Widodo ຢູ່ນະຄອນຫຼວງ ຈາກກາຕາ ແລະ ມີບົດກ່າວປາໄສກ່ຽວກັບຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ໃນວັນທີ 14 ທັນວາ.
ກ່ອນການຢ້ຽມຢາມ, ເຈົ້າໜ້າທີ່ການຕ່າງປະເທດອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ ທ່ານ Blinken ຈະເດີນຕາມບັນດາເປົ້າໝາຍໃນນະໂຍບາຍຂອງອຳນາດການປົກຄອງປະທານາທິບໍດີ Joe Biden ກ່ຽວກັບການເພີ່ມທະວີການພົວພັນກັບ ອາຊຽນ ກໍ່ຄືປຶກສາຫາລືກ່ຽວກັບວິໄສທັດຂອງການນຳອາເມລິກາ ທີ່ມີຕໍ່ກົນໄກຮ່ວມມືດ້ານເສດຖະກິດຂອງພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ.
ນີ້ແມ່ນການໄປປະຕິບັດງານໄປອາຊີຕາເວັນອອກສ່ຽງໃຕ້ຄັ້ງທຳອິດ ຂອງທ່ານລັດຖະມົນຕີການຕ່າງປະເທດ Blinken ນັບແຕ່ເມື່ອ ປະທານາທິບໍດີ Joe Biden ຂຶ້ນກຳອຳນາດໃນຕົ້ນປີນີ້. ຕາມແຜນການ, ພາຍຫຼັງຢ້ຽມຢາມອິນໂດເນເຊຍ, ທ່ານ Blinken ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ.