ລັດຖະມົນຕີການຕ່າງປະເທດ ເມັກຊີໂກ, ອາເມລິກາ ປຶກສາຫາລືກ່ຽວກັບແຜນການພັດທະນາໃນພາກພື້ນ ອາເມລິກາກາງ
(VOVWORLD) - ວັນທີ 2 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ເມັກຊີໂກ Marcelo Ebrard ແລະ ຄູ່ຕຳແໜ່ງ ອາເມລິກາ Anthony Blinken ໄດ້ປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ຢູ່ພາກພື້ນ ອາເມລິກາກາງ, ເພື່ອແນໃສ່ແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດສະພາບການອົບພະຍົບຢ່າງຜິດກົດໝາຍໃຫ້ເຖິງກົກເຖິງຮາກ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken (ພາບ: AFP/TTXVN) |
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ໃຫ້ຮູ້ວ່າ ບ້ວງເງິນຊ່ວຍເຫຼືອ 4 ຕື້ USD ເຊິ່ງ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະຈັດແບ່ງໃຫ້ແກ່ ຮົງດູຣັດ, ກົວເຕມາລາ ແລະ ແອນ ຊານວາດໍ ຈະຖືກການຄຸ້ມຄອງຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແທນທີ່ມອບໃຫ້ບັນດາອົງການພົນລະເຮືອນຄຸ້ມຄອງ.
ລັດຖະມົນຕີສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ຕ້ານອາດຊະຍາກຳທີ່ເຄື່ອນໄຫວໂດຍມີການຈັດຕັ້ງ. ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື ມຸ່ງໄປເຖິງເປົ້າໝາຍ ແຈກຢາຍວັກຊິນຢ່າງຍຸຕິທຳ.