ລັດຖະມົນຕີວ່າການກະຊວງຕຳຫລວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະວິດ
ທ່ານພົນເອກ ເຈີ່ນດ້າຍກວາງ ຕ້ອນຮັບ ທ່ານ Andreju Motyl
(vovworld) - ວັນທີ 2/7, ຢູ່ຮ່າໂນ້ຍ, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Andreju Motyl, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພາບ ສະວິດ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເມື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານລັດຖະມົນຕີ ເຈີ່ນດ້ານກວາງ ຕີລາຄາສູງບັນດາການປະກອບສ່ວນ ສຳຄັນຂອງທ່ານເອກອັກຄະລັດຖະທູດ ໃນຕະຫລອດໄລຍະປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ: ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ເພີ່ມພຸນຄຸນສ້າງໃຫ້ການພົວພັນຮ່ວມມື, ມິດຕະພາບຫລາຍດ້ານລະຫວ່າງ 2 ປະເທດ ແລະ ລະຫວ່າງກະຊວງຕຳຫລວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ສະວິດ.