(vovworld) – ຕໍ່ໜ້າບັນດາການຜັນແປນັບມື້ນັບສັບສົນຢູ່ທາງທິດຕາເວັນອອກສ່ຽງໃຕ້ ຢູແກຼນ, ວັນທີ 3/5, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ John Kerry ໂດຍຮຽກຮ້ອງ ວໍຊິງຕັນຕໍ່ຄວາມດັນເພື່ອໃຫ້ລັດຖະບານຊົ່ວຄາວ ຢູແກຼນ ຢຸດຕິບັ້ນຮົບການທະຫານຢູ່ທາງທິດຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ຮຽກຮ້ອງໃຫ້ ອາເມລິກາ ນຳໃຊ້ທຸກໆຜົນສະທ້ອນຂອງຕົນເພື່ອບັງຄັບໃຫ້ອຳນາດການປົກຄອງ ກີແອບ “ຢຸດຕິບັນດາບັ້ນຮົບຢູ່ທາງທິດຕາເວັນອອກສ່ຽງໃຕ້ ຢູແກຼນ, ຖອນທະຫານ ແລະ ປ່ອຍຕົວຜູ້ແຫ່ຂະບວນປະທ້ວງໃນທັນທີ”.
ກ່ອນໜ້ານັ້ນ, ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ອອກແຈ້ງການຮຽກຮ້ອງໃຫ້ລັດຖະບານຊົ່ວຄາວ ຢູແກຼນ ແລະ ບັນດາກຳລັງສະໜັບສະໜູນຢຸດຕິສະພາບການສັບສົນ ແລະ ຮັບຜິດຊອບຕໍ່ໜ້າປະຊາຊົນກ່ຽວກັບ ເຫດການປະທະກັນຢູ່ນະຄອນ Odessa, ທາງພາກໃຕ້ ຢູແກຼນ. ສະຫະພາບ ເອີລົບ (EU) ກໍ່ກະຕຸກຊຸກຍູ້ບັນດາຝ່າຍລະງັບໃຈຢ່າງສຸດຂີດ, ພ້ອມທັງເປີດການສືບສວນເອກະລາດກ່ຽວກັບສາຍເຫດກໍ່ໃຫ້ເກີດເຫດນອງເລືອດຢູ່ Odessa. ໃນຂະນະນັ້ນ, ວັນທີ 3/5, ທ່ານເລຂາທິການໃຫຍ່ ສປຊ Ban Ki – moon ຊົມເຊີຍເລື່ອງປ່ອຍຕົວໃຫ້ກຸ່ມຜູ້ສັງເກດການອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ເອີລົບ ພາຍຫຼັງກ່ວາໜຶ່ງອາທິດຖືກກັກຂັງ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງ ແລະ ບັນດາຝ່າຍມີຜົນສະທ້ອນສະແດງຄວາມຮັບຜິດຊອບຂອງຕົນ, ສວມບົດບາດຕັ້ງໜ້າເພື່ອແນໃສ່ຢຸດຕິການໃຊ້ຄວາມຮຸນແຮງ, ພ້ອມກັນຮ່ວມມືເພື່ອຊອກຫາມາດຕະການສັນຕິພາບຢ່າງໝັ້ນຄົງໃຫ້ແກ່ປະເທດນີ້.