ກອງປະຊຸມຂອງນາໂຕ
(ພາບ: RT)
|
(vovworld) – ວັນທີ 8/4, ອົງການ ນາໂຕ ໃຫ້ຮູ້ວ່າ: ສະພາລັດເຊຍ - ນາໂຕ ຈະໂຮມປະຊຸມພາຍຫຼັງ 2 ອາທິດຈະມາເຖິງຢູ່ ບຣຸກແຊນ (ແບນຊິກ) ເພື່ອປຶກສາຫາລືກ່ຽວກັບສະພາບການ ຢູແກຼນ ແລະ ບັນດາບັນຫາອື່ນໆອີກ. 2 ຝ່າຍໄດ້ເຫັນດີເປັນເອກະສັນຈະຈັດຕັ້ງການພົບປະຄັ້ງນີ້ຢູ່ຂັ້ນເອກອັກຄະລັດຖະທູດ. ນີ້ແມ່ນກອງປະຊຸມທຳອິດຂອງສະພາດັ່ງກ່າວນັບແຕ່ປີ 2014. ທີ່ການພົບປະຈະມາເຖິງ, ບັນດາຜູ້ຕາງໜ້າຂອງ ນາໂຕ ແລະ ລັດເຊຍ ຈະປຶກສາຫາລື ວິກິດການຢູ່ ຢູແກຼນ ແລະ ບັນດາບັນຫາກ່ຽວຂ້ອງເຖິງປະເທດ ເອີລົບ ຕາເວັນອອກນີ້, ກໍ່ຄືຄວາມຈຳເປັນປະຕິບັດຂໍ້ຕົກລົງສັນຕິພາບ Minsk. ຄາດວ່າ, 2 ຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວດ້ານການທະຫານ, ພິເສດແມ່ນສຸມໃສ່ເຂົ້າໃນລັກສະນະໂປ່ງໃສ ແລະ ຫລຸດຜ່ອນຄວາມສ່ຽງ. ນອກນັ້ນ, ອາບການິດສະຖານ ແລະ ບັນດາໄພນາບຂູ່ໃນພາກພື້ນກໍ່ນອນໃນໂຄງການດຳເນີນງານຂອງການເຈລະຈາຄັ້ງນີ້.