ລັດເຊຍ, ອາຣັບບິ ຊະອຸດິ ປຶກສາຫາລືເລື່ອງສ້າງຕັ້ງເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ

(VOVWORLD) - ວັນທີ 10 ກັນຍາ, ລັດເຊຍ ແລະ ອາຣັບບິ ຊະອຸດິ ປຶກສາຫາລືກ່ຽວກັບການສະໜັບສະໜູນຂອງ 2 ປະເທດນີ້ ສຳລັບເລື່ອງສ້າງຕັ້ງບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ. 
ລັດເຊຍ, ອາຣັບບິ ຊະອຸດິ ປຶກສາຫາລືເລື່ອງສ້າງຕັ້ງເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ - ảnh 1ທ່ານ Adel bin Ahmed Al Jubeir ແລະ ທ່ານSergei Lavrov (ພາບ: AFP/TTXVN)

ຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາທີ່ການປະຊຸມຂ່າວຮ່ວມລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ພວມມີການຢ້ຽມຢາມ ອາຣັບບິ ຊະອຸດິ ແລະ ຄູ່ຕຳແໜ່ງປະເທດເຈົ້າພາບ ທ່ານ Adel bin Ahmed Al Jubeir. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເນັ້ນໜັກວ່າ: ລັດເຊຍ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຣັບບິ ຊະອຸດິ ໃນການທ້ອນໂຮມບັນດາຝ່າຍກົງກັນຂ້າມຢູ່ ຊີຣີ ເປັນກຸ່ມໜຶ່ງ, ພ້ອມທັງຖືວ່າ: ຊາວ ຊີຣີ ຈຶ່ງແມ່ນຝ່າຍຕັດສິນຊາຕາກຳຂອງປະເທດຕົນ. ສ່ວນທ່ານລັດຖະມົນຕີ ອາຣັບບິ ຊະອຸດິ Adel bin Ahmed Al Jubeir ໃຫ້ຮູ້ວ່າ: 2 ຝ່າຍປຶກສາຫາລືກ່ຽວກັບການຮ່ວມມືໃນການຕໍ່ສູ້ຕ້ານກໍ່ການຮ້າຍ. ທັງ 2 ປະເທດລ້ວນແຕ່ແບ່ງປັນທັດສະນະລວມກ່ຽວກັບບັນດາບັນຫາພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ