21 ບຸກຄົນໄດ້ຮັບລາງວັນສິ່ງແວດລ້ອມປີ 2015
(ພາບ: dwrm.gov.vn)
|
(vovworld) – ຕອນຄ່ຳວັນທີ 4/6, ຢູ່ນະຄອນ ຫວີງອຽນ, ແຂວງ ຫວີງຟຸກ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງພິທີມອບລາງວັນສິ່ງແວດລ້ອມ ຫວຽດນາມ ປີ 2015. ນີ້ແມ່ນລາງວັນທາງການ ແລະ ໜຶ່ງດຽວຂອງກະຊວງຊັບພະຍາກອນ, ສິ່ງແວດລ້ອມ ເພື່ອມອບໃຫ້ບັນດາບຸກຄົນ, ອົງການ ແລະ ປະຊາຄົມມີຜົນງານດີເດັ່ນໃນພາລະກິດປົກປັກຮັກສາສິ່ງແວດລ້ອມ.
ປີນີ້, ຄະນະຈັດຕັ້ງມອບລາງວັນໃຫ້ 50 ອົງການ, ບຸກຄົນມີຜົນງານດີເດັ່ນໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມແຕ່ປີ 2013 – 2014, ທີ່ຂຶ້ນກັບ 8 ຂົງເຂດເຊັ່ນ: ຄຸ້ມຄອງແຫ່ງລັດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການສຶກສາບຳລຸງສ້າງ, ສື່ສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ມາດຕະການປົກປ້ອງ, ນຳໃຊ້ເໝາະສົມ ແລະ ພັດທະນາຊັບພະຍາກອນທຳມະຊາດ…