ລາຍການສະແດງສິລະປະ ນຳແສງສະຫວ່າງມາສູ່ ຜູ້ອາຍຸສູງຖືກເສຍແສງຕາ
(ພາບປະກອບ: gpcantho.com)
(vovworld) – ຕອນຄ່ຳວັນທີ 29/9, ຢູ່ຮ່າໂນ້ຍ, ສູນກາງຜູ້ອາຍຸສູງຫວຽດນາມ ສົມທົບກັບສູນກາງສະພາກາແດງຫວຽດນາມ ໄດ້ຈັດລາຍການສະແດງສິລະປະ ນຳແສງສະຫວ່າງມາສູ່ຜູ້ອາຍຸສູງຖືກເສຍແສງຕາແນໃສ່ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດສະໜັບສະໜູນເງິນໃນການກວດ, ປິ່ນປົວ, ໃຫ້ຄຳປຶກສາກ່ຽວກັບການປິ່ນປົວບັນດາພະຍາດ ຕາໂດຍບໍ່ເກັບເງິນໃຫ້ແກ່ຜູ້ອາຍຸສູງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ກູ່ທິເຮົ້າ, ປະທານສູນກາງຜູ້ອາຍຸສູງຫວຽດນາມ ໃຫ້ຮູ້ວ່າ: ລາຍການໄດ້ປະກອບສ່ວນປຸກລຸກ, ເສີມສ້າງມູນເຊື້ອຮັກແພງຊ່ວຍເຫຼືອຊື່ງກັນ ແລະ ກັນ ແລະ ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ“ ຂອງຊາດຫວຽດນາມ:
“ໝາກຜົນໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການນຳພາຂອງພັກ, ລັດ ແລະ ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ. ນີ້ກໍ່ແມ່ນໝາກຜົນແຫ່ງການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ, ເພື່ອນມີດສາກົນ ແລະ ບັນດາຜູ້ໃຈບຸນໃຈກຸສົນ. ຂ້າພະເຈົ້າເຊື່ອມໝັ້ນ ແລະ ຫວັງວ່າລາຍການຈະສືບຕໍ່ດຳເນີນໄປໃນຊຸມປີຕໍ່ໄປ“./.