ລາຍການ “ບຸນເຕັດປະຊາຄົມ 2026” ຢູ່ແຂວງ ຕວຽນກວາງ
(VOVWORLD) - “ບຸນເຕັດປະຊາຄົມ 2026” ແມ່ນເຫດການປະຈຳປີ ໂດຍສູນໂທລະພາບມະນຸດສະທຳ ຈັດຂຶ້ນ, ດ້ວຍຈຸດປະສົງນຳເອົາບຸນເຕັດ, ບຸນເຕັດອິມໜຳສຳລານ ມາສູ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກ
ລາຍການ “ບຸນເຕັດປະຊາຄົມ 2026” ຢູ່ຕາແສງ ຈຽມຮວາ, ແຂວງ ຕວຽນກວາງ
(ພາບ: ຄະນະຈັດຕັ້ງ)
|
ໃນລະຫວ່າງວັນທີ 30 – 31 ມັງກອນ, ສູນໂທລະພາບມະນຸດສະທຳ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຕວຽນກວາງ, ຈັດລາຍການ “ບຸນເຕັດປະຊາຄົມ 2026” ຢູ່ຕາແສງ ຈຽມຮວາ, ແຂວງ ຕວຽນກວາງ.
“ບຸນເຕັດປະຊາຄົມ 2026” ແມ່ນເຫດການປະຈຳປີ ໂດຍສູນໂທລະພາບມະນຸດສະທຳ ຈັດຂຶ້ນ, ດ້ວຍຈຸດປະສົງນຳເອົາບຸນເຕັດ, ບຸນເຕັດອິມໜຳສຳລານ ມາສູ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ຖືກຜົນສະທ້ອນຍ້ອນໄພທຳມະຊາດປີ 2025.
ໃນບັນດາການເຄື່ອນໄຫວຂອງລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນບຸນເຕັດ 500 ພູດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຂອງຕາແສງ ຈຽມຮວາ, ແຂວງ ຕວຽນກວາງ. ນອກນັ້ນ, ຍັງມີບັນດາການເຄື່ອນໄຫວ, ຄື: ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ 500 ຄົນ; ງານຕະຫຼາດນັດບຸນເຕັດບໍ່ເກັບຄ່າໃຫ້ແກ່ປະຊົນ 500 ຄົນ; ວາດພາບເຂດວັດທະນະທຳຂອງວັນບຸນເຕັດ ດ້ວຍບັນດາການລະຫຼິ້ນພື້ນເມືອງ; ມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນສະທ້ອນຍ້ອນພາຍຸ, ນ້ຳຖ້ວມ, ໜູນຊ່ວຍການຊ້ອມແປງເຮືອນຢູ່…