ທ່ານ ຮອງນາຍົກລັດຖະມົນຕີ ຫວູດືກດາມ
ພາບ:vinhphuc.gov.vn
|
(vovworld)- ວັນທີ 19/6, ຢູ່ ນະຄອນ ຫວີງອຽນ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ຫວີງຟຸກ ຈັດຕັ້ງງານຊຸມນຸມມິດຕິງຕອບສະຫນອງ “ເດືອນເຄື່ອນໄຫວປ້ອງກັນ,ຄວບຄຸມຢາເສບຕິດປີ 2015”. ກ່າວຄຳເຫັນນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ຫວູດືກດາມ ຮຽກຮ້ອງວົງຄະນາຍາດໃນສັງຄົມບໍ່ຈຳແນກການປະພຶດສຳລັບຜູ້ຕິດຢາເສບຕິດ, ຄວນຊ່ວຍເຫລືອເພື່ອໃຫ້ເຂົາເຈົ້າເຊື່ອມຕົວກັບວົງຄະນາຍາດ, ມີວຽກເຮັດງານທຳ ແລະ ມີຊີວິດເປັນປົກກະຕິ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຮຽກຮ້ອງປະຊາຄົມວິສາຫະກິດ ຈົ່ງສ້າງກາລະໂອກາດໃຫ້ຜູ້ຕິດຢາເສບຕິດ ແລະ ຜູ້ພວມບຳບັດຢາເສບຕິດມີວຽກເຮັດງານທຳ.