​ວິທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ປະ​ກອບສ່ວນຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ

(VOVWORLD) - ບໍ່ວ່າການເຄື່ອນໄຫວທາງການທູດໃດ, ກະຊວງການຕ່າງປະເທດລ້ວນແຕ່ໄດ້ຮັບການເຂົ້າຮ່ວມ, ໜູນຊ່ວຍຮ່ວມເດີນທາງຂອງວິທະຍຸກະຈາຍສຽງ ຫວຽດນາມ ພ້ອມກັບບັນດາອົງການສື່ມວນຊົນຫຼັກແຫຼ່ງອື່ນ.
​ວິທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ປະ​ກອບສ່ວນຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະ

ຕອນບາຍວັນທີ 9 ມີນາ, ຢູ່ສະຖານທີ່ວິທະຍຸກະຈາຍສຽງແຫ່ງຊາດ ເຮືອນເລກທີ 58ຖະໜົນກວັກຊື, ຮ່າໂນ້ຍ, ຄະນະຫົວໜ້າບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ ໄດ້ມາເຮັດວຽກກັບການນຳວິທະຍຸກະຈາຍສຽງ ຫວຽດນາມ. ທີການເຮັດວຽກມີການເຂົ້າຮ່ວມແບບທາງໄກຂອງ 13 ອົງການຜູ້ຕ່າງໜ້າວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຕ່າງປະເທດ.

ໂດຍຂອບໃຈນ້ຳໃຈທີ່ອົບອຸ່ນຂອງການນຳວິທະຍຸກະຈາຍສຽງ ຫວຽດນາມ ສະຫງວນໃຫ້ແກ່ຄະນະ, ທ່ານນາງເລທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຢັ້ງຢືນວ່າ ບໍ່ວ່າການເຄື່ອນໄຫວທາງການທູດໃດ, ກະຊວງການຕ່າງປະເທດລ້ວນແຕ່ໄດ້ຮັບການເຂົ້າຮ່ວມ, ໜູນຊ່ວຍຮ່ວມເດີນທາງຂອງວິທະຍຸກະຈາຍສຽງ ຫວຽດນາມ ພ້ອມກັບບັນດາອົງການສື່ມວນຊົນຫຼັກແຫຼ່ງອື່ນ. ທ່ານນາງ ເລທູຮັ່ງໃຫ້ຮູ້ວ່າ:

ໃນອາຍຸການປະຕິບັດງານ, ບັນດາສະຫາຍເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ໄດ້ຮັບການໜູນຊ່ວຍຈາກບັນດານັກຂ່າວປະຈຳຖິ່ນ. ຫວັງວ່າໃນໄລຍະຈະມາເຖິງ, ດ້ວຍການມີໜ້າຢ່າງກວ້າງຂວາງກວ່າຂອງບັນດາອົງການຕາງໜ້າສະຖານີວິທະຍຸກະຈາຍສຽງຫວຽດນາມ, ກະຊວງການຕ່າງປະເທດສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ປະສານສົມທົບຢ່າງແໜ້ນແຟ້ນ.

ໂດຍຕາງໜ້າສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ໂດຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບຂີດໝາຍສຳຄັນຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນໄລຍະ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ. ທ່ານ ໂດຕຽນຊີ ເນັ້ນໜັ້ກວ່າ:

ພວກຂ້າພະເຈົ້າມີ ຊ່ອງ VOV5, ພະແນກກະກາຍສຽງພາກພາສາຕ່າງປະເທດໄດ້ສະໜິດຕິດພັນກັບກະຊວງການຕ່າງປະເທດ. ພິເສດແມ່ນ 13 ອົງການຜູ້ຕາງໜ້າວິທະຍຸກະຈາຍສຽງທີ່ມີໜ້າໃນມື້ນີ້. ວິທະຍຸກະຈາຍສຽງ ຫວຽດນາມດ້ວຍຈຸດພິເສດແມ່ນ ຫຼາຍພື້ນຖານ, ຫຼາຍພາຫະນະ, ຫຼາຍພາສາ ພິເສດແມ່ນລາຍການອອກອາກາດ 12 ພາສາຕ່າງປະເທດ. ພວກຂ້າພະເຈົ້າຮູ້ສຶກດີໃຈ ຜ່ານການຕີລາຄາຂອງກະຊວງການຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປະກອບສ່ວນປັບປຸງຕື່ມອີກການຖະແຫຼງຂ່າວໃຫ້ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ