(vovworld) - ຕອນເຊົ້າວັນທີ 26/8 ຢູ່ ຮ່າໂນ້ຍ, ສະມາຄົມຊາວຫນຸ່ມຂົນຂວາຍການບໍລິຈາກເລືອດ ນະຄອນຮ່າໂນ້ຍ ໄດ້ສົມທົບກັບສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງຈັດຕັ້ງ ວັນບຸນໄວຫນຸ່ມ ປີ 2012. ວັນບຸນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມການຂອງຊາວຫນຸ່ມເປັນຈຳນວນຫລວງຫລາຍ ດ້ວຍການເຄື່ອນໄຫວອັນຟົດຟື້ນຫລາຍຢ່າງ. ນາງ Nguyen Thu Mai ນັກສຶກສາມະຫາວິທະຍາໄລການຢາ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ລາຍການນີ້ແມ່ນມີຄວາມໝາຍຢ່າງແທ້ຈິງ. ພາຍຫລັງສົ່ງເລືອດແລ້ວ ນ້ອງຮູ້ສຶກດີໃຈຫລາຍ ເພາະວ່າ ຕົນເອງໄດ້ປະກອບສິ່ງທີ່ມີປະໂຫຍດເພື່ອກຸູ້ເອົາຊີວິດ ຄົນອື່ນ.”
ນີ້ເປັນຄັ້ງທີ 3 ວັນບຸນໄວຫນຸ່ມໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຢືນຢັນຄວາມເອກອ້າງທະນົງໃຈຂອງລຸ້ນຫນຸ່ມຊຶ່ງແມ່ນຊາວຫວຽດນາມ ກໍຄືຢືນຢັນຄວາມຮັບຜິດຊອບທີ່ມີຕໍ່ການເຄື່ອນໄຫວບໍລິຈາກເລືອດເພື່ອກູ້ເອົາຊີວິດຄົນອື່ນ. ທ່ານ Nguyen Anh Tri ຫົວຫນ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ:
“ວັນບຸນດັ່ງກ່າວແມ່ນນອນໃນບັນດາເຫດການທີ່ຖືກຈັດຂຶ້ນປະຈຳປີ. ດ້ວຍບັນດາການເຄື່ອນໄຫວແບບໝູ່ຄະນະຄືແນວນັ້ນ ຈຶ່ງສາມາດຕອບສະຫນອງຄວາມຕ້ອງການເລືອດໃຫ້ແກ່ບັນດາໂຮງໝໍ. ນັບແຕ່ເຊົ້າໄດ້ມີປະມານ 3000 ຄົນຈົດທະບຽນບໍລິຈາກເລືອດແລ້ວ. ບັນຍາກາດວັນບຸນແມ່ນຟົດຟື້ນທີ່ສຸດ.”