( ພາບປະກອບ )
|
( vovworld ) - ຕອນບ່າຍວັນທີ 6/3, ຄະນະນັກທຸລະກິດໂຮນລັງ ໄດ້ມາຮອດນະຄອນ ເກີນເທີ ເພື່ອຊອກຮູ້ ແລະ ຊອກຫາກາລະໂອກາດລົງທຶນຢູ່ແຂວງນີ້ ແລະ ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ. ນີ້ແມ່ນບັນດາວິສາຫະກິດທີ່ພວມເຄື່ອນໄຫວຢູ່ຫວຽດນາມ ໃນຂົງເຂດທີ່ປຶກສາ, ອອກແບບເຕັກນິກ, ກະສິກຳ, ຄຸ້ມຄອງແຫຼ່ງນ້ຳ, ປູກຝັງ, ຫົວອາຫານສັດ, ຄຸ້ມຄອງຄຸນນະພາບ ແລະ ໃຫ້ຄຳທີ່ປຶກສາດ້ານສຶກສາ, ໃນນັ້ນມີບັນດາວິສາຫະກິດໃຫຍ່ຄື Royal Haskoning, Tebodin, Boskalis ແລະ ອື່ນໆ.
ໄລ່ມາຮອດປີ 2010, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ໂຮນລັງ ບັນລຸໄດ້ກວ່າ 2,2 ຕື້ USD. ປະຈຸບັນໂຮນລັງ ມີ 130 ກວ່າໂຄງການລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນແມ່ນ 5,7 ຕື້ USD. ບັນດາໂຄງການລົງທຶນຕົ້ນຕໍ່ແມ່ນປະຕິບັດຢູ່ບັນດາແຂວງທາງພາກໃຕ້. ສ່ວນຂົງເຂດລົງທຶນຕົ້ນຕໍແມ່ນ ອຸດສາຫະກຳສະບຽງອາຫານ, ສຳຫຼວດ ແລະ ຂຸດຄົ້ນນ້ຳມັນ, ອາຍແກດ, ທາດເຄມີ, ເຄື່ອງສຳອາງ, ດຳເນີນທຸລະກິດໂຮງແຮມ, ຫ້ອງການ, ກໍ່ສ້າງ ແລະ ອື່ນໆ.