(vovworld) - ຕອນເຊົ້າວັນທີ 17/8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13: ປຶກສາຫາລືຮ່າງກົດໝາຍວ່າດ້ວຍນະຄອນຫຼວງ. ມີຫຼາຍຄວາມເຫັນຖືວ່າ: ການເພີ່ມຈຳນວນພົນລະເມືອງຢູ່ນະຄອນຫຼວງໃນປະຈຸບັນ ແມ່ນໜຶ່ງໃນບັນດາສາຍເຫດທີ່ກໍ່ໃຫ້ເກີດສະພາບພົນລະເມືອງເກີນລະດັບ, ສ້າງຄວາມດັນກ່ຽວກັບບ່ອນຢູ່, ການຄົມມະນາຄົມ, ເງື່ອນໄຂຮຳ່ຮຽນ,ສາທາລະນະສຸກ.. ຕາມທ່ານ Dao Trong Thi, ຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນແລ້ວ, ຮ່າໂນ້ຍຕ້ອງຮັບຄວາມດັນນັບມື້ນັບຫຼາຍຍ້ອນສະພາບເພີ່ມຈຳນວນພົນລະເມືອງຢ່າງວ່ອງໄວ, ດັ່ງນັ້ນ, ຮ່າງກົດໝາຍຄວນນຳໃຊ້ບາງມາດຕະການບໍລິຫານຢ່າງແໜ້ນແຟ້ນກວ່າກ່ຽວກັບການຈົດທະບຽນອາໄສເປັນປະຈຳຢູ່ນະຄອນຫຼວງ
”ຂ້າພະເຈົ້າສະໜັບສະໜູນການນຳໃຊ້ມາດຕະການບໍລິຫານ ຈຳນວນໜຶ່ງກ່ຽວກັບການຈົດທະບຽນອາໄສເປັນປະຈຳຢູ່ນະຄອນຫຼວງຮ່າໂນ້ຍຕາມທິດພວກເຮົາເລືອກເຟັ້ນກ່ຽວກັບເງື່ອນໄຂເຮືອນຢູ່ແລະ ຢູ່ອາໃສຕົວຈິງທີ່ມີລັກສະນະເປັນປົກກະຕິ. ແລະ ກໍ່ເຫັນດີຢຸດຕິບັນດາເງື່ອນໄຂທີ່ກ່ຽວຂ້ອງເຖິງຄຸນນະພາບຊຸມຊົນຄື: ມີຜູ້ອອກແຮງງານ, ວຽກເຮັດງານທຳ .. ”
ຄະນະປະຈຳສະພາແຫ່ງຊາດ ກໍ່ເຫັນດີຕໍ່ວິທີການເລືອກເຟັ້ນຮູບພາບ Khue Van Cac ແມ່ນສັນຍາລັກຂອງນະຄອນຫຼວງ.