ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຈລະຈາ ກັບ
ປະທານາທິບໍດີ ອາເມລິກາ B. Obama
|
(vovworld)-ນັ້ນແມ່ນເນື້ອໃນພື້ນຖານຂອງຖະແຫລງການຮ່ວມ ຫວຽດນາມ - ອາເມລິກາ ຊື່ງໄດ້ຮັບການລົງນາມໃນວັນທີ 7/7 ເນື່ອງໃນໂອກາດການຢ້ຽມຢາມ ອາເມລິກາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແຕ່ວັນທີ 6-10/7/2015. ຖະແຫລງການຮ່ວມຊີ້ແຈ້ງວ່າ: ສອງຝ່າຍໃຫ້ຄຳໝັ້ນສັນຍາ ຊຸກຍູ້ຜົນປະໂຫຍດລວມ ແລະ ການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີ ປາຊີຟີກ ແລະໃນໂລກ. ສອງຝ່າຍເຫັນດີເພີ່ມທະວີການພົວພັນດ້ານການເມືອງ ແລະ ການທູດ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເປີດກວ້າງການທາບທາມຄຳເຫັນສອງຝ່າຍ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສືບຕໍ່ຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ສອງປະເທດ ຕັດສິນໃຈປະຕິບັດ ສັນຍາ TPP ມີຄຸນນະພາບສູງ. ອາເມລິກາ ຊົມເຊີຍຄວາມຄືບຫນ້າຂອງຫວຽດນາມ ໃນການປະຕິຮູບເສດຖະກິດ ແລະ ຢັ້ງຢືນຄືນ ຈະສືບຕໍ່ສະຫນັບສະຫນູນ ແລະ ເພີ່ມທະວີການຮ່ວມມືກັບຫວຽດນາມທີ່ມີລັກສະນະສ້າງສັນ. ສອງຝ່າຍສືບຕໍ່ສະຫນັບສະຫນູນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ສະຫນັບສະຫນູນການຮັກສາການເຈລະຈາກ່ຽວກັບສິດທິມະນຸດຢ່າງຕັ້ງຫນ້າ, ກົງໄປກົງມາ ແລະ ສ້າງສັນ. ສອງຝ່າຍໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສພາກພື້ນ. ສອງຝ່າຍເນັ້ນຫນັກຄວາມຈຳເປັນເພື່ອເຊີດຊູບັນດາສິດເສລີໃນການເດີນທະເລ ແລະ ການບິນ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລ, ຈຳກັດບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຮັບປະກັນທຸກການກະທຳ ແລະ ການເຄື່ອນໄຫວຕ້ອງສອດຄ່ອງກັບກົດໝາຍສາກົນ. ສອງຝ່າຍກໍບັນລຸໄດ້ສັນຍາ ແລະຂໍ້ຕົກລົງຕ່າງໆເພື່ອປະກອບສ່ວນເຂົ້າໃນການພັດທະນາສອງຝ່າຍຫວຽດນາມແລະ ອາເມລິກາ ແລະ ສ້າງພື້ນຖານອັນໝັ້ນແກ່ນໃຫ້ການຮ່ວມມືໃນອະນາຄົດຊື່ງສອງປະເທດຈະສືບຕໍ່ກໍ່ສ້າງ.