ສິງກະໂປໜູນຊ່ວຍດ້ານ ເຕັກນິກໃຫ້ຂະແໜງ ທະນາຄານຫວຽດນາມ
ທະນາຄານແຫ່ງລັດຫວຽດນາມ
(ພາບ: wikipedia.org)
(vovworld)- ວັນທີ 9/12, ໂຄງການໜູນຊ່ວຍດ້ານເຕັກນິກຂອງສິງກະໂປ ສະຫງວນໃຫ້ບັນດາທະນາຄານສູນກາງຂອງຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການ. ດ້ວຍເງິນອຸປະຖຳປະມານ 250.000 USD ຂອງກອງທຶນ Temasek Foundation ແລະ ການປະກອບສ່ວນດ້ານວິຊາສະເພາະຂອງອົງການຄຸ້ມຄອງເງິນຕາສິງກະໂປ. ໂຄງການຖືກປະຕິບັດໃນເວລາ 2 ປີດ້ວຍຈຸດປະສົງເພີ່ມທະວີຄວາມສາມາດໃຫ້ການນຳ ແລະ ເຈົ້າໜ້າທີ່ຂອງບັນດາທະນາຄານສູນກາງຂອງຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ກ່ຽວກັບຫຼັກການດ້ານການເງິນ ແລະ ຕິດຕາມກວດກາດ້ານການເງິນ, ຄຸ້ມຄອງນະໂຍບາຍເງິນຕາ ກໍ່ຄືລະບົບຊຳລະ ແລະ ທຸລະກຳ. ໂຄງການຊ່ວຍເພີ່ມທະວີການແລກປ່ຽນທັດສະນະວິຊາສະເພາະລະຫວ່າງເຈົ້າໜ້າທີ່ຂອງບັນດາທະນາຄານ ສູນກາງຂອງຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ກັບຄູ່ຮ່ວມມືສິງກະໂປ ແລະ ຊ່ວຍຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ເຊື່ອມໂຍງເຂົ້າກັບເສດຖະກິດອາຊຽນ ຢ່າງເລິກເຊິ່ງກວ້າງຂວາງກ່ວາ./.