ສືບຕໍ່ດຳເນີນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຕາມແຜນການ

ສືບຕໍ່ດຳເນີນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຕາມແຜນການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ

(vovworld) – ຕອນ​ບ່າຍ​ວັນ​ທີ 26/3, ທີ່​ສ​ຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ູ​ວັນ​ນີງ ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ຊີ້​ນຳ​​ການ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ສ​້າງ​ໂຄ​ງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່​ໃນ​ໄຕ​ມາດ​ທີ 1 ປີນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ເວົ້າ​ລວມ​ແລ້ວ, ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ພາຍຫຼັງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະ ຂາດ​ທຶນ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທັງ​ດ້ານ​ລາຍ​ຮັບ​ຜົນ​ກຳ​ໄລ, ລາຍ​ຮັບຂອງ​ຜູ້​ອອກ​ແຮງ​ງານ ແລະ ຍອດ​ຈຳ​ນວນ​ຊັບ​ສົມ​ບັດ, ພ້ອມ​ທັງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະຫຼາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງວ່າ: ປີນີ້​ຕ້ອງ​ສ້າງ​ໂຄງ​ປ​ະ​ກອບ 289 ວິ​ສາ​ຫະ​ກິດ​ຕາມ​ແຜ​ນ​ການ​​ໃຫ​້ສຳ​ເລັດ​ຜົນ, ຮັບ​ປະ​ກັນ​ຖືກ​ຕາມ​ຂໍ້​ກຳ​ນົດ, ຕິດ​ພັນ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ຄຸ້ມ​ຄອງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີນ​ຢູ້ງ ມອບ​ໃຫ້​ຄະ​ນະ​ຊີ້​ນຳ​ແຫ່ງ​ການ​ປ່ຽນ​ໃໝ່ ແລະ ພັດ​ທ​ະ​ນາ​ວິ​ສາ​ຫະ​ກິດ​ສືບ​ຕໍ່​​ຮັບ​ເອົາຄຳ​ເຫັນ​ປະ​ກອບ​ທີ່ກອງ​ປະ​ຊຸມ​ເພື່ອ​ສ້າງ​ແຜນ​ການ​ລະ​ອ​ຽດ​ໃຫ້​ແກ່​ການຜັນ​ຂ​ະ​ຫຍາຍ​ໜ້າ​ທີ​່​ແຕ່ນີ້​ຮອດ​ທ້າຍ​ປີ, ພ້ອ​ມ​ທັງ​ເປັນ​​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​​ເພື່ອມີ​ມາດ​ຕະ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄ້າງ​ທີ່​ເກີດ​ຂຶ້ນ​ໃນ​ວິ​ວັດ​ການ​ສ​້າງ​ໂຄງ​ປະ​ກອບ​ລັດ​ວິ​ສະ​ຫະ​ກິດກໍ່​ຄື​ຊັບ​ຊ້ອນ​ບັນ​ດາ​ບໍ​ລິ​ສັດ​ກະ​ສິ​ກຳ, ​ປ່າ​ໄມ້​ຢ່າງ​ທັນ​ການ.


ຂ່າວ/ບົດ​ອື່ນ