ສັບປະດາວັດທະນະທຳ ຫວຽດນາມຢູ່ລາວ
Quoc Khanh ນັກຂ່າວ VOV ປະຈຳລາວ -  
(ພາບ:vov)
(vovworld)-ບັນດາການເຄື່ອນໄຫວໃນສັບປະດາວັດທະນະທຳຫວຽດນາມ ກໍ່ໄດ້ຮັບການຈັດຕັ້ງຂຶ້ນ ໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 68 ປີ (2/9/1945-2/9/2013), ພິເສດແມ່ນລາຍການສະແດງສິລະປະພິເສດສະເພາະເມື່ອຕອນຄ່ຳວັນທີ 29/8 ຢູ່ຫໍວັດທະນະທຳແຫ່ງຊາດລາວ ໄດ້ນຳມາເຊິ່ງບັນດາຄວາມຟົດຟື້ນມ່ວນຊື່ນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ ໃຫ້ ປຊຊ ລາວ ແລະ ເພື່ອນມິດສາກົນ. ຜູ້ຊົມໄດ້ຮັບຊົມບັນດາບົດເພງລາວ ໂດຍບັນດານັກສິລະປິນຫວຽດນາມ ສະແດງ…ການສະແດງໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງກ່ຽວກັບນ້ຳໃຈມິດຕະພາບຫວຽດນາມ-ລາວ ທີ່ມີຄວາມສະໜິດຕິດພັນນັບແຕ່ດົນນານມາແລ້ວ.
Quoc Khanh ນັກຂ່າວ VOV ປະຈຳລາວ