(ພາບປະກອບ)
(vovworld) – ວັນທີ 06/03, ສປປ.ເກົາຫຼີ ອອກສຽງຕຳໜິຕິຕຽນການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ພ້ອມທັງ ຖະແຫຼງວ່າ: ວໍຊິງຕັນ ຈະຕ້ອງຮັບຜິດຊອບ ຖ້າຫາກສົງຄາມເກີດຂຶ້ນໃນແຫຼມເກົາຫຼີ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ແລ້ວ, ການຊ້ອມຮົບດັ່ງກ່າວນີ້ແມ່ນ “ການກະທຳຮົບທີ່ອັນຕະລາຍ, ສະແດງໃຫ້ເຫັນທາດແທ້ຂອງບັນດາປະເທດນີ້”. ນອກນັ້ນ, ພຽງຢາງ ຍັງກ່າວເຕືອນວ່າ ຖ້າວ່າສົງຄາມເກີດຂຶ້ນ, ການສູ້ຮົບນັ້ນ ບໍ່ພຽງແຕ່ຢູ່ໃນແຫຼມເກົາຫຼີ ແລະ ກໍ່ບໍ່ແມ່ນສົງຄາມທຳມະດາອີກ, ຫາກຈະແມ່ນສົງຄາມນິວເຄຼຍ. ຖະແຫຼງການກໍ່ຂົ່ມຂູ່ວ່າ: ສປປ. ເກົາຫຼີ ຈະຫັນບັນດາການກະທຳດ້ານການທະຫານທີ່ມີລັກສະນະປ້ອງກັນກາຍເປັນ “ການບຸກໂຈມຕີຂົ່ມຂູ່” ຍ້ອນສະພາບການພວມຢູ່ໃນ “ໄລຍະຮ້າຍແຮງ ບໍ່ສາມາດຄວມຄຸມໄດ້”.