ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ
ທ່ານນາຍົກລັດຖະມົນຕີ ຫລີເຄີຊຽງ
ພາບ:vov
|
(vovworld)- ໃນໄລຍະຢ້ຽມຢາມຈີນຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມງານຕະຫລາດນັດ ອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ອາຊຽນ - ຈີນ ຄັ້ງທີ 13 ຢູ່ ຫນານຫນິງ, ຢ້ຽມຢາມເຂດປົກຄອງດ້ວຍຕົນເອງເຜົ່າຈ້ວາງ ແລະ ເຂດປົກຄອງພິເສດ ຮົ່ງກົງ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫລີເຄີຊຽງ ແຕ່ວັນທີ 10 -15/9, ສື່ມວນຊົນປະເທດນີ້ ໄດ້ໃຫ້ຂ່າວຢ່າງລຽນຕິດ ແລະ ເປັນຈຳນວນຫລວງຫລາຍກ່ຽວກັບເຫດການດັ່ງກ່າວ.
ໃນຫນ້າທຳອິດຂອງ ຫນັງສືພິມ ຢີນໝີນຈືເປົາ ໄດ້ໃຫ້ຂ່າວກ່ຽວກັບການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຊີ້ແຈ້ງວ່າ: ສອງປະເທດ ຈີນ ແລະ ຫວຽດນາມ ລ້ວນແຕ່ຢືດໝັ້ນພັກກອມມູນິດ ຊີ້ນຳນຳພາ ແລະ ລະບອບສັງຄົມນິຍົມ, ນີ້ແມ່ນຜົນປະໂຫຍດລວມດ້ານຍຸດທະສາດໃຫຍ່ທີ່ສຸດລະຫວ່າງສອງປະເທດ. ປະຈຸບັນ ການພົວພັນລະຫວ່າງສອງປະເທດ ພວມຮັກສາທ່າພັດທະນາຕາມທິດຕັ້ງຫນ້າ. ທ່ານ ສີຈິ້ນຜິງ ສະແດງຄວາມປາດຖະຫນາວ່າ ສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນ, ສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງເປັນປະຈຳ, ຊຸກຍູ້ການເຊື່ອມຕໍ່ຍຸດທະສາດ, ຮ່ວມມືຢ່າງເລິກເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ ຫວຽດນາມ ຂຶ້ນສູ່ລະດັບສູງໃຫມ່ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດກວ່າອີກໃຫ້ແກ່ປະຊາຊົນສອງປະເທດ.
ໃນຂະນະນັ້ນ ສຳນັກຂ່າວສານ ຊີນຮວາ ໄດ້ໃຫ້ຂ່າວ,ບົດ, ຮູບພາບ ກ່ຽວກັບການເຄື່ອນໄຫວຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນໄລຍະພວມຢ້ຽມຢາມຈີນ. ສຳນັກຂ່າວສານແຫ່ງລັດຈີນ ຢືນຢັນວ່າ: ການພົບປະເຈລະຈາຄັ້ງຕ່າງໆລະຫວ່າງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບການນຳພັກ, ລັດ, ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນຫລາຍຢ່າງ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຊຸກຍູ້ເປີດກວ້າງບັນດາຂົງເຂດຮ່ວມມື ແລະ ເຂົ້າສູ່ແທດຈິງ, ເຊື່ອມຕໍ່ບັນດາຍຸດທະສາດພັດທະນາເສດຖະກິດສັງຄົມ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່.
ສຳລັບບັນດາບັນຫາທີ່ຍັງຄົງຄ້າງ, ສອງຝ່າຍລ້ວນແຕ່ເຕື້ອງເຖິງຢ່າງກົງໄປກົງມາ. ວິທະຍຸກະຈາຍສຽງແຫ່ງຊາດຈີນ ໃຫ້ຮູ້ວ່າ: ການເຈລະຈາລະຫວ່າງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ນາຍົກລັດຖະມົນຕີ ຫລີເຄີຊຽງ ໄດ້ເນັ້ນຫນັກເຖິງບັນຫາທະເລຕາເວັນອອກ ທີ່ກ່ຽວຂ້ອງເຖິງບັນຫາອະທິປະໄຕຜືນແຜ່ນດິນ ແລະ ສິດຜົນປະໂຫຍດບົນທະເລ, ກ່ຽວຂ້ອງເຖິງການພົວພັນໄມຕິຈິດລະຫວ່າງສອງຊາດ. ສອງປະເທດ ຈີນ ແລະຫວຽດນາມ ພ້ອມກັນມານະພະຍາຍາມ, ເຄົາລົບບັນດາຄວາມຮັບຮູ້ລວມຂັ້ນສູງ, ຮັກສາສະຖຽນລະພາບບົນທະເລ, ມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນ, ຊຸກຍູ້ການຮ່ວມມືບົນທະເລ, ຮັບເອົາຄວາມຮັບຮູ້ລວມຢ່າງບໍ່ຢຸດຢັ້ງ.